ໂດຍບໍ່ຫົວຊາຕໍ່ສະພາບການທົ່ວໂລກທີ່ມີການຜັນແປຫຼາຍຢ່າງ, ບັນດາວິສາຫະກິດ ຊູແອັດ ສືບຕໍ່ຮັບຮູ້ໝາກຜົນການເຄື່ອນໄຫວເປັນປົກກະຕິ ແລະ ຮັກສາຄວາມສົນໃຈຢ່າງແຮງໃນໄລຍະຍາວຕໍ່ກັບຕະຫຼາດ ຫວຽດນາມ. ນີ້ແມ່ນໝາກຜົນທີ່ໄດ້ຍົກອອກມາໃນບົດລາຍງານສຳຫຼວດສະພາບແວດລ້ອມການດຳເນີນທຸລະກິດ 2026 ທ່ີໄດ້ປະກາດໃນວັນທີ 11 ມິຖຸນາ, ໂດຍ Business Sweden ແລະ ສະຖານທູດ ຊູແອັດ ປະຈຳ ຫວຽດນາມ ປະຕິບັດ.
ໂດຍອີງໃສ່ການຕອບກັບຈາກວິສາຫະກິດ ຊູແອັດ ທີ່ພວມເຄື່ອນໄຫວຢູ່ ຫວຽດນາມ, ການສຳຫຼວດຊີ້ໃຫ້ເຫັນວ່າ ປະຊາຄົມວິສາຫະກິດຍັງຕິດພັນ, ມີຄວາມປະເອີບໃຈ ແລະ ເຊື່ອໝັ້ນຕໍ່ບັນດາໂອກາດໃນອະນາຄົດ ເມື່ອມີວິສາຫະກິດກວ່າ 60% ຕັ້ງຄວາມຫວັງວ່າ ລາຍຮັບຈະເພີ່ມຂຶ້ນໃນປີນີ້. ການສຳຫຼວດກໍ່ຮັບຮູ້ວ່າ ມີວິສາຫະກິດ 67% ຕີລາຄາວ່າ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ ແມ່ນມີລະດັບດີ ແລະ ດີທີ່ສຸດ. ບັນດາວິສາຫະກິດ ຊູແອັດ ຕີລາຄາສູງເຄືອຂ່າຍຈຳໜ່າຍທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ລະດັບຄວາມປອດໄພສູງຢູ່ ຫວຽດນາມ, ເຊິ່ງແມ່ນບັນດາປັດໄຈສືບຕໍ່ຍົກສູງກຳລັງດຶງດູດຂອງຕະຫຼາດ.
ຕາມການຕີລາຄາລວມ, ບັນດາໝາກຜົນການສຳຫຼວດຢືນຢັນທີ່ຕັ້ງຂອງ ຫວຽດນາມ ແມ່ນຕະຫຼາດຂະຫຍັນຂັນເຄື່ອນ ແລະ ດຶງດູດໃຈສຳລັບວິສາຫະກິດ ຊູແອັດ.






