• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຢູ່ໃຈກາງບັນດາການຫັນປ່ຽນທົ່ວໂລກ

ນີ້ແມ່ນການຮັບຮູ້ທີ່ໜ້າສົນໃຈຕໍ່ບັນດາບາດກ້າວຂອງ ຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ການໜູນຊວ່ຍບັນດາບ້ວງເງິນລົງທຶນຜະລິດ ແລະ ນະວັດຕະກຳ ປະກອບສ່ວນຊຸກຍູ້ການເຕີບໂຕແບບຍືນຍົງຂອງພື້ນຖານເສດຖະກິດ.
ທ່າກຳປັ່ນສາກົນ ເຕິນກາງ - ກາຍແມັບ (ພາບປະກອບ: TTXVN)

ເມື່ອແລກປ່ຽນກັບນັກຂ່າວຢູ່ ປາຣີ ຫວ່າງມໍ່ໆມານີ້, ທ່ານ Serge Degallaix, ອະດີດອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ ຖືວ່າ ນະໂຍບາຍຫັນເປັນທັນສະໄໝ, ເປີດປະຕູ ແລະ ປະຕິຮູບຂອງ ຫວຽດນາມ ໃນໄລຍະ 40 ປີຜ່ານມາ ໄດ້ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ. ສິ່ງດັ່ງກ່າວໄດ້ສະແດງອອກຢ່າງລະອຽດຜ່ານລະດັບການເຕີບໂຕດ້ານເສດຖະກິດໃນປີ 2025 ລື່ນ 8% ແລະ ບັນດາແງ່ຫວັງທີ່ຕັ້ງໜ້າໃຫ້ແກ່ໄລຍະຕໍ່ໄປ.

ທ່ານ Serge Degallaix ເນັ້ນໜັກວ່າ ເລື່ອງອົງການສາກົນຄຸ້ມຄອງບັນດາດັດຊະນີຕົວເລກການເງິນ (FTSE Russell) ໄດ້ເພີ່ມຫຍັບຂຶ້ນຂອງ ຫວຽດນາມ ຂຶ້ນເປັນກຸ່ມຕະຫຼາດ “ຫາກໍ່ພົ້ນເດັ່ນ”, ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ກັນຍາ 2026. ນີ້ແມ່ນການຮັບຮູ້ທີ່ໜ້າສົນໃຈຕໍ່ບັນດາບາດກ້າວຂອງ ຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ການໜູນຊວ່ຍບັນດາບ້ວງເງິນລົງທຶນຜະລິດ ແລະ ນະວັດຕະກຳ ປະກອບສ່ວນຊຸກຍູ້ການເຕີບໂຕແບບຍືນຍົງຂອງພື້ນຖານເສດຖະກິດ.

ຕາມການຕີລາຄາຂອງທ່ານແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມູນິດ ຫວຽດນາມ ແມ່ນໂອກາດສຳຄັນເພື່ອໃຫ້ ຫວຽດນາມ ຢືນຢັນຄືນໃໝ່ຄວາມຕັດສິນໃຈສືບຕໍ່ເລືອກເອົາເສັ້ນທາງພັດທະນາທີ່ໄດ້ຄັດເລືອກ, ແນໃສ່ຫັນບັນດາທ່າແຮງທີ່ມີຢູ່ແລ້ວໃຫ້ໄດ້ຫຼາຍສຸດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ອົງ​ຄ​ະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ອົງ​ຄ​ະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ

ຕອນຄ່ຳວັນທີ 16 ກຸມພາ, ກົງກັບວັນທີ 29 ເດືອນ 12 ປີ ມະເສັງ 2025), ກ່ອນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ສັກສິດ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ.

Top