• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແບ່ງປັນບົດຮຽນກັບ ກຸຍບາ ໃນວຽກງານກົດໝາຍ ແລະ ຕຸລາການ

ຫວຽດນາມ ພ້ອມແລ້ວຈະແບ່ງປັນບັນດາບົດຮຽນຂອງວິວັດການແຫ່ງການປ່ຽນແປງໃໝ່, ໃນນັ້ນມີວຽກງານສ້າງລະບົບກົດໝາຍ, ການປະຕິຮູບຕຸລາການໃຫ້ສົມບູນແບບ, ເພື່ອໃຫ້ ກຸຍບາ ທາບທາມ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບທ່ານລັດຖະມົນຕີກະຊວງຍຸຕິທຳ ກຸຍບາ Oscar Manuel Silvera Martinez)

ຕອນບ່າຍວັນທີ 16 ມິຖຸນາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງຍຸຕິທຳ ກຸຍບາ Oscar Manuel Silvera Martinez ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວຈະແບ່ງປັນບັນດາບົດຮຽນຂອງວິວັດການແຫ່ງການປ່ຽນແປງໃໝ່, ໃນນັ້ນມີວຽກງານສ້າງລະບົບກົດໝາຍ, ການປະຕິຮູບຕຸລາການໃຫ້ສົມບູນແບບ, ເພື່ອໃຫ້ ກຸຍບາ ທາບທາມ, ນຳໃຊ້ດ້ວຍເງື່ອນໄຂທີ່ເໝາະສົມຂອງ ກຸຍບາ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງກະຊວງຍຸຕິທຳຂອງ 2 ປະເທດແມ່ນການພົວພັນເປັນແບບຢ່າງ, ແທດຈິງ ແລະ ບັນລຸປະສິດທິຜົນ, ຕອບສະໜອງຄວາມມຸ່ງຫວັງຂອງລັດຖະບານ 2 ປະເທດ.

        ສ່ວນທ່ານລັດຖະມົນຕີ Oscar Manuel Silvera Martinez ປາດຖະໜາວ່າ ຫວຽດນາມ ເພີ່ມທະວີການຮ່ວມມື, ໜູນຊ່ວຍ ກຸຍບາ ໃນວຽກງານສ້າງກົດໝາຍ ແລະ ຕຸລາການ, ໂດຍສະເພາະແມ່ນໃນຂົງເຂດນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

 

(ແຫຼ່ງຄັດຈາກ VOV)

ວັງ Kremlin: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວ

ວັງ Kremlin: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວ

ທ່ານ Peskov ຖືວ່າ ວິວັດການປຶກສາຫາລືຖືກຂາດວັກຂາດຕອນແມ່ນສິ່ງອາດສາມາດເຂົ້າໃຈໄດ້ ໃນສະພາບການການປະທະນັນເພີ່ມຂຶ້ນເຖິງຂັ້ນອັນຕະລາຍຢູ່ ພາກພືນຕາເວັນອອກກາງ.

Top