• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເພີ່ມທະວີວຽກງານປ້ອງກັນ, ຕ້້ານໂລກລະບາດອັກເສບປອດຍ້ອນເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ ກໍ່ຂຶ້ນ

      ໄລ່ຮອດວັນທີ 22 ມັງກອນ, ຫວຽດນາມ ຍັງບໍ່ທັນມີກໍລະນີໃດຖືກຕິດພະຍາດອັກເສບປອດຍ້ອນເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ ເທື່ອ ແຕ່ຄວາມສ່ຽງຈະລະບາດເຂົ້າຫວຽດນາມແມ່ນສູງທີ່ສຸດ, ໂດຍຜ່ານທາງແຂກທ່ອງທ່ຽວ, ຊາວຜູ້ອອກແຮງງານກັບເມືອປະເທດຈາກນະຄອນ ອູຄານ ແລະ ເຂດມີໂລກລະບາດ ໃນແຕ່ລະມື້ແມ່ນຫຼາຍທີ່ສຸດ.

ຄະນະປະຕິບັດງານຂອງກະຊວງສາທາລະນະສຸກ ລົງກວດການວຽກງານຕິດຕາມກວດກາພະຍາດອັກເສບປອດ
ຍ້ອນເຊື້ອໄວຣັດ ໂຄໂຣນາ ຢູ່ສະໜາມບິນສາກົນ ໂນ້ຍບາຍ
      ເພື່ອເປັນເຈົ້າການໃນການເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານ ແລະ ສະກັດກັ້ນໂລກລະບາດ ເຂົ້າຫວຽດນາມນັ້ນ, ວັນທີ 22 ມັງກອນ 2020, ກະຊວງສາທາລະນະສຸກຫວຽດນາມ ໄດ້ປະກາດໃຊ້ຄໍາສັ່ງກ່ຽວກັບການເພີ່ມທະວີການປ້ອງກັນ, ຕ້ານໂລກລະບາດອັກເສບປອດຍ້ອນເຊື້ອໄວຣັດ ໂຄໂຣນາ. ບັນດາຫົວໜ່ວຍສາທາລະນະສຸກ ໄດ້ເພີ່ມທະວີການຕິດຕາມກວດກາໂລກລະບາດຢູ່ດ່ານຊາຍແດນ, ພິເສດ ແມ່ນບັນດາດ່ານຊາຍແດນທີ່ຕິດກັບ ຈີນ;. ບັນດາຮາກຖານສາທາລະນະສຸກ ກໍໄດ້ດໍາເນີນການຕິດຕາມກວດກາຢ່າງແໜ້ນແຟ້ນ ດ້ວຍເຄື່ອງວັດອູນຫະພູມຮ່າງກາຍແຕ່ທາງໄກ ແລະ ສັງເກດອາການສຸຂະພາບຂອງຜູ້ໂດຍສານທີ່ເຂົ້າເມືອງຈາກນະຄອນ ອູຄານ, ແຂວງ ຫູ໊ໄບ໋ ປະເທດຈີນ ແລະ ບັນດາເຂດທີ່ຕິດເຊື້ອໄວຣັດດັ່ງກ່າວ. ທ່ານໝໍ ຫງວຽນແທງເຈື່ອງ ຫົວໜ້າພະແນກແຜນການສັງລວມ, ໂຮງໝໍ ພະຍາດເຂດຮ້ອນ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:
        ທາງໂຮງໝໍໄດ້ກຽມພ້ອມທາງດ້ານອຸປະກອນການແພດ. ກ່ຽວກັບດ້ານຊັບພະຍາກອນມະນຸດກໍ່ຢູ່ໃນທ່າກຽມພ້ອມປະຈໍາການຕະຫຼອດ 24 ຊົ່ວໂມງ. ນອກຈາກນັ້ນ, ທາງໂຮງໝໍກໍໄດ້ສ້າງຕັ້ງຄະນະຊີ້ນໍາປ້ອງກັນ, ຕ້ານພະຍາດອັກເສບປອດຍ້ອນເຊື້ອໄວຣັດສາຍພັນໃໝ່ນີ້ ອີກດ້ວຍ. 
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top