• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເພີ່ມທະວີການລົງທຶນ ຢູ່ແຂວງອັດຕະປື

ວັນທີ 22 ພະຈິກ 2011 ທີ່ແຂວງອັດຕະປື, ກຸ່ມບໍລິສັດ HAGL ແລະ ທະນາ ຄານ BIDV ໄດ້ຈັດພິທີວາງສີລາລືກ ການກໍ່ສ້າງ ໂຄງການກຸ່ມອຸດສາຫະກຳ ນ້ຳຕານ, ເປີດໂຮງແຮມ 4 ດາວ, ມອບສົ່ງໂຮງໝໍ 200 ຕຽງ ແລະ ໂຮງຮຽນ 2 ຊັ້ນໃຫ້ແກ່ແຂວງອັດຕະປື.
ວັນທີ 22 ພະຈິກ 2011 ທີ່ແຂວງອັດຕະປື(ພາກໃຕ້ລາວ), ກຸ່ມບໍລິສັດຮວ່າງແອງຢາລາຍ(HAGL) ແລະ ທະນາຄານລົງທຶນພັດທະນາຫວຽດນາມ(BIDV)ໄດ້ຈັດພິທີວາງສີລາລືກການກໍ່ສ້າງໂຄງການກຸ່ມອຸດສາຫະ ກຳນ້ຳຕານ, ມອບສົ່ງໂຮງໝໍ 200 ຕຽງ, ມູນຄ່າ 6 ລ້ານກວ່າໂດລາສະຫະລັດໃຫ້ແກ່ແຂວງອັດຕະປື ແລະ ໂຮງຮຽນ 2 ຊັ້ນ ຄຸນນະພາບສູງ ໄດ້ຮັບການປະກອບອຸປະກອນຕ່າງໆຢ່າງຄົບຖ້ວນ ໃຫ້ແກ່ເມືອງໄຊເສດຖາ ແລະ ເປີດໂຮງແຮມ 4 ດາວ ຮວ່າງແອງ-ອັດຕະປື.
ໃນວັນດຽວກັນ,ທະນາຄານຮ່ວມທຸລະກິດ ລາວ -ຫວຽດນາມ ໄດ້ມີພິທີເປີດສາຂາທະນາຄານຮ່ວມທຸລະກິດ ລາວ-ຫວຽດນາມ ທີ່ແຂວງອັດຕາປື. ຄະນະປະຈຳສະມາຄົມບັນດານັກທຸລະກິດຫວຽດນາມຢູ່ລາວ ກໍໄດ້ຈັດ ໃຫ້ມີການເປີດໂຕນັກທຸລະກິດທີ່ມາລົງທຶນຢູ່ລາວ.ໃນໂອກາດນີ້, ບັນດານັກທຸລະກິດຫວຽດນາມໄດ້ມີການ ເຊັນສັນຍາ, ຂໍ້ຕົກລົງ ລະຫວ່າງບັນດາທຸລະກິດຕ່າງໆ ແລະ ທະນາຄານລົງທຶນພັດທະນາ ຫວຽດນາມ ໄດ້ ມອບຄອມພິວເຕີ 30 ໜ່ວຍ ແລະ 50.000 ໂດລາສະຫະລັດ ເພື່ອເປັນຂອງຂວັນໃຫ້ແກ່ແຂວງອັດຕະປື.
 

ສະຫາຍສົມສະຫວາດ ເລັ່ງສະຫວັດ(ເບື້ອງຂວາ)ສະຫາຍ ຫງວຽນຊວນຟຸກໃນພິທີວາງສີລາລືກ
 ໂຮງແຮມ 4 ດາວ ຮວ່າງແອງ-ອັດຕະປື

 
 ພິທີເປີດສາຂາທະນາຄານຮ່ວມທຸລະກິດລາວ-ຫວຽດນາມ
ທີ່ອັດຕະປື
 ພິທີເຊັນສັນຍາກ່ຽວກັບເສດຖະກິດ ລະຫວ່າງ
BIDV ແລະ Hanaka
 
ໃຫ້ກຽດເຂົ້າຮ່ວມ,ມີບັນດາສະຫາຍ ສົມສະຫວາດ ເລັ່ງສະຫວັດ, ກຳມະການກົມການເມືອງສູນກາງພັກປະ ຊາຊົນ ປະຕິວັດລາວ,ຮອງນາຍົກລັດຖະມົນຕີແຫ່ງ ສປປ.ລາວ; ສະຫາຍ ຫງວຽນຊວນຟຸກ,ກຳມະການກົມ ການເມືອງສູນກາງພັກຄອມມູນິດຫວຽດນາມ,ຮອງນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ; ສະຫາຍ ຕ້າ ມິງເຈົາ,ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ພ້ອມດ້ວຍລັດຖະມົນຕີວ່າການ,ຮອງວ່າການ, ຜູ້ຕາງ ໜ້າອຳນາດການປົກຄອງທ້ອງຖິ່ນ ແລະ ບັນດານັກທຸລະກິດລົງທຶນ.
ກ່າວໃນພິທີວາງສີລາລືກການກໍ່ສ້າງ ໂຄງການກຸ່ມອຸດສາຫະກຳນ້ຳຕານຮວ່າງແອງ-ອັດຕະປື, ທ່ານ ດວ່ານ
ງວຽນດຶກ,ປະທານກຸ່ມບໍລິສັດ HAGLໃຫ້ຮູ້ວ່າ:ນີ້ແມ່ນກຸ່ມອຸດສາຫະກຳນ້ຳຕານ ແຫ່ງທຳອິດທີ່ທັນສະໄໝ ແລະ ໃຫຍ່ກວ່າໝູ່ ຢູ່ພາກໃຕ້ລາວ ທີ່ມີການລົງທຶນທັງໝົດເຖິງ 100ລ້ານໂດລາສະຫະລັດ. ເມື່ອໂຄງການນີ້ ໄດ້ສ້າງສຳເລັດ ນຳເຂົ້າໃຊ້ການຈະຊ່ວຍແກ້ໄຂວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນກວ່າ 20.000 ຄົນ. ຕາງ ໜ້າລັດຖະບານຫວຽດນາມ,ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ຕີລາຄາສູງບົດບາດ ຂອງກຸ່ມ ບໍລິສັດ HAGLທີ່ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງລາວ ແລະກ່າວສະແດງ ຄວາມຂອບອົກຂອບໃຈລັດຖະບານ ສປປ.ລາວ ທີ່ໃຫ້ຄວາມເອົາໃຈໃສ່ ແລະ ສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ ນັກທຸລະກິດຫວຽດນາມ, ໃນນັ້ນມີກຸ່ມບໍລິສັດ HAGL ໄດ້ເຂົ້າຮ່ວມລົງທຶນຢູ່ລາວ. ຕາງໜ້າພັກ, ລັດ ຖະບານລາວ,ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ຂອບອົກຂອບໃຈພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອລາວໃນຊຸມປີທີ່ຜ່ານມາແລະ ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ເດີນທາງມາຮ່ວມພິທີວາງສີລາລືກການກໍ່ສ້າງ ແລະ ເປີດໂຄງການຕ່າງໆຂອງກຸ່ມບໍລິສັດ HAGL ອັນເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ຂອງ ພັກ ແລະ ລັດຖະບານຫວຽດນາມ ໃນການຊຸກຍູ້ ການຮ່ວມມືລົງທຶນຢູ່ລາວ. ຮອງນາຍົກລັດຖະມົນຕີ ໄດ້ຕີ ລາຄາສູງ ການເຄື່ອນໄຫວລົງທຶນ ຂອງກຸ່ມບໍລິສັດ HAGL ຢູ່ລາວເວົ້າລວມ ແລະ ເວົ້າສະເພາະແມ່ນ ຢູ່ ແຂວງອັດຕະປື, ຖືນີ້ແມ່ນເຫດການສຸດທີ່ມີຄວາມໝາຍອັນໜຶ່ງ, ບໍ່ພຽງແຕ່ທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງສ້າງວຽກເຮັດງານທຳ, ຍົກສູງຄຸນນະພາບຊີວິດ ແລະ ຈິດໃຈ, ຮັບປະກັນສຸຂະພາບ ໃຫ້ປະຊາຊົນ ອີກດ້ວຍ.
                                                                                            ໂດຍ: ຮວ່າງເຈືອງ(ອັດຕະປື)

5 ປະ​ເທດ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ຄັດ​ຄ້ານ​ແຜນ​ການ​ຄວບ​ຄຸມ​ເຂດ ກາ​ຊາ ຂອງ ອິດ​ສະ​ຣາ​ແອັນ

5 ປະ​ເທດ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ຄັດ​ຄ້ານ​ແຜນ​ການ​ຄວບ​ຄຸມ​ເຂດ ກາ​ຊາ ຂອງ ອິດ​ສະ​ຣາ​ແອັນ

ວັນທີ 9 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ເຢຍລະມັນ, ອີຕາລີ, ລາຊະອານາຈັກ ອັງກິດ, ນິວຊີແລນ ແລະ ອົດສະຕາລີ ໄດ້ລົງນາມໃນຖະແຫຼງການຮ່ວມກ່າວປະນາມແຜນການໂດຍ ຄະນະລັດຖະບານຄວາມໝັ້ນຄົງ ອິດສະຣາແອັນ ຫາກຮັບຮອງເອົາ ເພື່ອແນໃສ່ຄວບຄຸມທົ່ວເຂດ ກາຊາ.

Top