• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມຄົບຄະນະບັນດາສູນຮັກສາສັນຕິພາບອາຊີ - ປາຊີຟິກ ປີ 2022

ດ້ວຍຫົວຂໍ້ວ່າ: “ນຳໜ້າການປ່ຽນໃໝ່: ການກະທຳຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ສະໜັບສະໜູນຂໍ້ລິເລີ່ມການກະທຳເພື່ອສັນຕິພາບຂອງ ສປຊ ເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຮັກສາສັນຕິພາບ ສປຊ”
  ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມແບບເຊິ່ງໜ້າ  

 ໃນລະຫວ່າງວັນທີ 6 – 10 ມິຖຸນາ 2022, ກົມຮັກສາສັນຕິພາບ ຫວຽດນາມ ສົມທົບກັບບັນດາຄູ່ຮ່ວມມືສາກົນ ແລະ ບັນດາອົງການທີ່ກ່ຽວຂ້ອງຂຶ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄົບຄະນະປະຈຳປີ ແລະ ກອງປະຊຸມສຳມະນາສະມາຄົມບັນດາສູນຮັກສາສັນຕິພາບ ອາຊີ - ປາຊີຟິກ ປີ 2022 ຢູ່ ຫວຽດນາມ (AAPTC). ຕອນເຊົ້າວັນທີ 7 ມິຖຸນາ, ພິທີໄຂກອງປະຊຸມ ແລະ ກອງປະຊຸມສຳມະນາ ໄດ້ຮັບການຈັດຕັ້ງແບບເຊິ່ງໜ້າ ສົມທົບກັບທາງໄກ, ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນຢູ່ພາຍໃນປະເທດ ແລະ ສາກົນ. ດ້ວຍຫົວຂໍ້ວ່າ:  “ນຳໜ້າການປ່ຽນໃໝ່: ການກະທຳຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ສະໜັບສະໜູນຂໍ້ລິເລີ່ມການກະທຳເພື່ອສັນຕິພາບຂອງ ສປຊ ເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຮັກສາສັນຕິພາບ ສປຊ”, ກອງປະຊຸມ ແລະ ກອງປະຊຸມສຳມະນາສ້າງເວທີປາໄສເຊື່ອມຕໍ່ກຳລັງແຮງລະຫວ່າງບັນດາປະເທດສະມາຊິກຂອງສະມາຄົມພາຍຫຼັງຊຸມປີຖືກຕັດຕອນຍ້ອນຜົນສະທ້ອນຂອງໂລກລະບາດໂຄວິດ; ພ້ອມກັນອັບເດັດ, ແລກປ່ຽນ, ຮ່ຳຮຽນເອົາບົດຮຽນ, “ປັບປຸງແຫຼ່ງກຳລັງຄືນໃໝ່” ເພື່ອແນໃສ່ສະໜັບສະໜູນໂຄງການກະທຳເພື່ອສັນຕິພາບຂອງ ສປຊ (A4P) ແລະ ໂຄງການກະທຳເພື່ອສັນຕິພາບເປີດກ້ວາງ (A4P+).

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top