• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນເຈົ້າການຮັບມືກັບສະພາບການໃໝ່ດ້ານການຄ້າສາກົນ

ຈິດໃຈລວມຂອງລັດຖະບານ ຫວຽດນາມ ແມ່ນສຳຜັດ, ແກ້ໄຂບັນຫາຕ້ອງມີລັກສະນະສັງລວມ, ຮອບດ້ານ, ນັງທັບການປອດພາສີອາກອນ ແລະ ພາສີອາກອນ
(ທີ່ກອງປະຊຸມລະຫວ່າງ ນາຍົກລັດຖະມົນຕີກັບບັນດາກະຊວງ, ຂະແໜງການ, ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ...)

ພາຍຫຼັງທີ່ ອາເມລິກາ ແຈ້ງໃຫ້ຊາບກ່ຽວກັບການຈັດວາງອັດຕາພາສີສຳລັບສິນຄ້າສົ່ງອອກຂອງ ຫວຽດນາມ, ຫວຽດນາມ ໄດ້ມີປະຕິກິລິຍາຮັບມືຢ່າງມີໄຫວພິບ, ສອດຄ່ອງ. ພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ກັບທ່ານປະທານາທິບໍດີ ອາເມລິກາ Donald Trump (ວັນທີ 04 ເມສາ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານຫຼາຍວາລະປະຊຸມເພື່ອຍົກອອກມາດຕະການໃຫ້ສອດຄ່ອງ, ຮອບດ້ານໃນທຸກຊ່ອງທາງ, ນັບແຕ່ດ້ານການເມືອງ ຕະຫຼອດຮອດການທູດ, ເສດຖະກິດ, ຮັບມືກັບນະໂຍບາຍພາສີອາກອນໃນປະຈຸບັນຂອງ ອາເມລິກາ ໃຫ້ສອດຄ່ອງ.

ນັບແຕ່ວັນທີ 03 ເມສາ ມາຮອດປະຈຸບັນ, ການນຳພັກ, ລັດ ຫວຽດນາມ ໄດ້ຈັດກອງປະຊຸມ, ການເຮັດວຽກ, ການໂອ້ລົມທາງໂທລະສັບຢ່າງຕໍ່ເນື່ອງ ເພື່ອແລກປ່ຽນ, ປຶກສາຫາລືການແກ້ໄຂຮົ້ວກີດຂວາງດ້ານພາສີ ທີ່ອຳນາດການປົກຄອງ ອາເມລິກາ ໄດ້ວາງອອກ, ຮັບປະກັນຄວາມກົມກຽວໃຫ້ທັງ 2 ຝ່າຍ.

ເປັນເຈົ້າການປະຕິບັດຫຼາຍມາດຕະການແກ້ໄຂໃນຕໍ່ໜ້າ

ຈິດໃຈລວມຂອງລັດຖະບານ ຫວຽດນາມ ແມ່ນສຳຜັດ, ແກ້ໄຂບັນຫາຕ້ອງມີລັກສະນະສັງລວມ, ຮອບດ້ານ, ນັງທັບການປອດພາສີອາກອນ ແລະ ພາສີອາກອນ…, ຍົກອອກບັນດາການຄັດເລືອກຢ່າງມີໄຫວພິບ, ປະດິດຄິດສ້າງ, ເລືອກເອົາທິດທາງມີປະສິດທິຜົນທີ່ສຸດ. ຫວຽດນາມ ເດີນຕາມທິດເຈລະຈາບັນຊີລາຍຊື່ບັນດາສິນຄ້າຈັດອັດຕາວາງພາສີຢ່າງສະເໝີພາບ, ປະສົມກົມກຽວ, ມີຜົນປະໂຫຍດໃຫ້ທັງ 2 ຝ່າຍ.

ຕາມນັ້ນແລ້ວ, ແຕ່ລະກະຊວງ, ຂະແໜງການທີ່ກ່ຽວຂ້ອງ ລ້ວນແຕ່ຮັບໜ້າທີ່ລະອຽດ. ກະຊວງອຸດສາຫະກຳການຄ້າ ຫວຽດນາມ ສືບຕໍ່ຄົ້ນຄວ້ານະໂຍບາຍຂອງຝ່າຍ ອາເມລິກາ ຢ່າງລະອຽດທີ່ຖ້ວນ; ເປັນເຈົ້າພາບ, ກວດກາຄືນເພື່ອເພີ່ມທະວີການນຳເຂົ້າບັນດາປະເພດສິນຄ້າຂອງ ອາເມລິກາ ທີ່ ຫວຽດນາມ ມີຄວາມຕ້ອງການ, ມີຜົນປະໂຫຍດເມື່ອນຳເຂົ້າ; ສົ່ງເສີມການດຳເນີນການເຈລະຈາຍົກລະດັບສັນຍາການຄ້າ 2 ຝ່າຍ ຫວຽດນາມ - ອາເມລິກາ. ກະຊວງການເງິນ ສືບຕໍ່ກວດກາຄືນບັນດາພາສີ, ເປີດກວ້າງນະໂຍບາຍໃຫ້ບຸລິມະສິດດ້ານພາສີນຳເຂົ້າ ຕາມທິດກ້າວເຂົ້າໃກ້ກັບຂໍ້ຕົກລົງຂັ້ນສູງລະຫວ່າງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Donald Trump.

ໃນຕົ້ນເດືອນ ມີນາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະຫງວນເວລາ 3 ຊົ່ວໂມງເພື່ອຮັບຟັງບັນດາຄຳເຫັນຂອງບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ອາເມລິກາ. ດ້ານໜຶ່ງ, ຫວຽດນາມ ໄດ້ແກ້ໄຂບັນດາບັນຫາທີ່ຝ່າຍ ອາເມລິກາ ສົນໃຈໂດຍພື້ນຖານ, ພິເສດແມ່ນ ເປັນເຈົ້າການຫຼຸດພາສີນຳເຂົ້າ 23 ປະເພດ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ອາເມລິກາ ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ; ດ້ານອື່ນ, ມານະພະຍາຍາມຊຸກຍູ້ການຂາດດຸນການຄ້າລະຫວ່າງ 2 ປະເທດ ຜ່ານບັນດາສັນຍາຊື້ - ຂາຍສິນຄ້າຈາກປະເທດນີ້.

ປະຕິຮູບ ແລະ ເພີ່ມທະວີກຳລັງແຮງພາຍໃນແຫ່ງຊາດ

ໄປຄຽງຄູ່ກັບການເຈລະຈາດ້ານພາສີອາກອນກັບ ອາເມລິກາ, ລັດຖະບານ ຫວຽດນາມ ກໍ່ຊີ້ນຳການຍູ້ແຮງການຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ. ຫວຽດນາມ ຈະນຳໃຊ້ບັນດາສັນຍາການຄ້າເສລີ (FTA) ທີ່ໄດ້ລົງນາມ ບົນເນື້ອໃນຈິດໃຈຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ຍົກສູງຄຸນນະພາບສິນຄ້າ. ພ້ອມກັນນັ້ນແມ່ນຊຸກຍູ້ການເຕີບໂຕ, ບັນດາຂະແໜງເສດຖະກິດໝູນວຽນ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ…

ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາວິສາຫະກິດເພີ່ມທະວີການສົ່ງເສີມການຄ້າ, ຄວາມສາມັກຄີ, ເປີດກວ້າງຕະຫຼາດໄປສູ່ເຂດຕາເວັນອອກກາງ, ອາຊີກາງ, ອາຟະລິກາ, ອາຊີຕາເວັນອອກສ່ຽງເໜືອ, ບັນດາຕະຫຼາດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຍັງບໍ່ທັນຂຸດຄົ້ນຢ່າງເໝາະສົມ…

ໃນໄລຍະຍາວ, ຫວຽດນາມ ຈະຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ດ້ວຍວິທີລົງທຶນເຂົ້າພື້ນຖານໂຄງລ່າງ, ແຫຼຼ່ງຊັບພະຍາກອນມະນຸດ ແລະ ນະວັດຕະກຳ. ກ່າວຄຳເຫັນທີ່ກອງປະຊຸມລະຫວ່າງ ນາຍົກລັດຖະມົນຕີກັບບັນດາກະຊວງ, ຂະແໜງການ, ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ, ບັນດາສະຫະສະມາຄົມ, ວິສາຫະກິດ ຈັດຂຶ້ນໃນວັນທີ 07 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

“ພື້ນຖານເສດຖະກິດຂອງ ຫວຽດນາມ ຍັງແມ່ນພື້ນຖານເສດຖະກິດຫັນປ່ຽນ. ຫວຽດນາມ ຍັງແມ່ນປະເທດພວມພັດທະນາ, ຂອບຂະໜາດພື້ນຖານເສດຖະກິດຍັງຄ່ຽມຄົມຢູ່. ສະນັ້ນ, ບັນດາການເໜັງຕີງກໍ່ແມ່ນໂອກາດ. ເຖິງວ່າຈະເກີດບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກ… ແຕ່ກໍ່ແມ່ນໂອກາດເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ແມ່ນໂອກາດເພື່ອໃຫ້ ຫວຽດນາມ ບືນຕົວຂຶ້ນຢ່າງແຮງກວ່າ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຕີບໃຫຍ່ກວ່າ”.

ບັນດາການກະທຳຢ່າງຮີບເຮັ່ງເພື່ອຮັບມືກັບນະໂຍບາຍພາສີອາກອນຂອງ ອາເມລິກາ ຈາກຝ່າຍ ຫວຽດນາມ ພວມສົ່ງສານທີ່ວ່າ, ຫວຽດນາມ ພວມມານະພະຍາຍາມສົມທົບກັບຝ່າຍ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການຄ້າ 2 ສົ້ນ ຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top