• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນປະທານຮ່ວມກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ອັງກິດ ຄັ້ງທີ 5

ອາຊຽນ ແມ່ນ “ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງສັນ”, ພ້ອມກັນນັ້ນ ກໍ່ແມ່ນເສົາຄ້ຳຈຸດສຸມໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອັງກິດ.
  ທີ່ກອງປະຊຸມ (ພາບ: baoquocte.vn)  

ກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ອັງກິດ ຄັ້ງທີ 5 ໂດຍຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ເປັນປະທານຮ່ວມກັບຄະນະຜູ້ຕາງໜ້າ ອັງກິດ ຢູ່ ອາຊຽນ ປະຈຳ ຈາກາກຕາ (ອິນໂດເນເຊຍ) ໄດ້ດຳເນີນໃນວັນທີ 04 ມີນາ. ກອງປະຊຸມແມ່ນໂອກາດເພື່ອໃຫ້ ອາຊຽນ ແລະ ອັງກິດ ສະຫຼຸບໝາກຜົນການຮ່ວມມືໃນໄລຍະ 5 ປີຜ່ານມາ, ກຳນົດທິດທາງຊຸກຍູ້ການຮ່ວມມືໃນໄລຍະຕໍ່ໄປ.

ທີ່ກອງປະຊຸມ, ທ່ານນາງ Helen Fazey, ເອກອັກຄະລັດຖະທູດ ອັງກິດ ປະຈຳ ອາຊຽນ ຢືນຢັນວ່າ ອາຊຽນ ແມ່ນ “ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງສັນ”, ພ້ອມກັນນັ້ນ ກໍ່ແມ່ນເສົາຄ້ຳຈຸດສຸມໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອັງກິດ. ອັງກິດ ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ແມ່ນພື້ນຖານຂອງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ໃຫ້ຄຳໝັ້ນສັນຍາປັບປຸງການພົວພັນຢ່າງຍາວນານ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມຸ່ງໄປເຖິງເລື່ອງນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ແກ່ທັງໝົດ 11 ປະເທດສະມາຊິກ.

ສ່ວນທ່ານຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ຢືນຢັນວ່າ  ຫວຽດນາມ ຈະສົມທົບກັບບັນດາປະເທດ ອາຊຽນ ຊຸກຍູ້ການປະຕິບັດສຳເລັດບັນດາເປົ້າໝາຍໃນປີສະເຫຼີມສະຫຼອງ 5 ປີແຫ່ງການພົວພັນ, ໃນນັ້ນມີເລື່ອງສ້າງແຜນການກະທຳ ອາຊຽນ - ອັງກິດ ໃນໄລຍະໃໝ່ (2027 – 2031) ຢ່າງແທດຈິງ ແລະ ສ້າງຖະແຫຼງການຮ່ວມ ອາຊຽນ - ອັງກິດ ກ່ຽວກັບການຮ່ວມມືໃນຂອບເຂດວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ ໃຫ້ສົມບູນແບບ.

(ແຫຼ່ງຄັດຈາກ VOV)

ໂທລະເລກ, ຈົດໝາຍ ແລະ ສານຊົມເຊີຍບັນດາການນຳຫຼັກແຫຼ່ງຂອງ ຫວຽດນາມ

ໂທລະເລກ, ຈົດໝາຍ ແລະ ສານຊົມເຊີຍບັນດາການນຳຫຼັກແຫຼ່ງຂອງ ຫວຽດນາມ

ທ່ານ Miguel Diaz Canel, ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດ ກຸຍບາ ໄດ້ອວຍພອນທ່ານ ໂຕເລິມ ເນື່ອງໃນໂອກາດໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ

Top