• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນປະທານກອງປະຊຸມສຸດທ້າຍຂອງ ກຸ່ມປະຕິບັດງານຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບບັນດາສານສາກົນ ອາຍຸການ 2020 – 2021

      ທ່ານ Mathias ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ໄດ້ຕີລາຄາສູງຈິດໃຈຮ່ວມມື ແລະ ຄວາມມານະພະຍາຍາມຂອງສະມາຊິກ ກຸ່ມປະຕິບັດງານ.
ຫວຽດນາມ ເປັນປະທານກອງປະຊຸມສຸດທ້າຍຂອງ ກຸ່ມປະຕິບັດງານຂອງ ສະພາຄວາມໝັ້ນຄົງ ສປຊ
ກ່ຽວກັບບັນດາສານສາກົນ ອາຍຸການ 2020 – 2021
      ວັນທີ 10 ທັນວາ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ອຸປະທູດຊົ່ວຄາວ ຂອງ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານກອງປະຊຸມປະຈຳໄລຍະ 6 ເດືອນຂອງ ກຸ່ມປະຕິບັດງານ ບໍ່ເປັນທາງການ ຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບບັນດາສານສາກົນ. ນີ້ແມ່ນກອງປະຊຸມຄັ້ງທີ 4 ແລະກໍ່ແມ່ນກອງປະຊຸມຄັ້ງສຸດທ້າຍໂດຍ ຫວຽດນາມ ເປັນປະທານຈັດຕັ້ງໃນອາຍຸການເປັນກຳມະການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
            ກ່າວຄຳເຫັນໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ໄດ້ຂອບໃຈ ຈິດໃຈຮ່ວມມື, ສ້າງສັນຂອງ ສະມາຊິກກຸ່ມປະຕິບັດງານ ໃນການໜູນຊ່ວຍກົນໄກປະຕິບັດສຳເລັດໜ້າທີ່. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນ 2 ປີຜ່ານມາ, ໃນນາມເປັນປະທານກຸ່ມປະຕິບັດງານ, ຫວຽດນາມ ໄດ້ໜູນຊ່ວຍຊຸກຍູ້ການເຈລະຈາ ລະຫວ່າງກຸ່ມປະຕິບັດງານ ແລະ ປະທານ, ນັກໄອຍະການ ຂອງກົນໄກ ເພື່ອແນໃສ່ປະຕິບັດສຳເລັດໜ້າທີ່ຂອງກົນໄກ ໂດຍ ສະພາຄວາມໝັ້ນຄົງ ສປຊ ມອບໝາຍໃຫ້, ຜ່ານນັ້ນຊຸກຍູ້ການປະຕິບັດຕາມກົດບັດ ສປຊ ແລະ ກົດໝາຍສາກົນ.
            ສ່ວນທ່ານ Mathias ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ໄດ້ຕີລາຄາສູງຈິດໃຈຮ່ວມມື ແລະ ຄວາມມານະພະຍາຍາມຂອງສະມາຊິກ ກຸ່ມປະຕິບັດງານ, ພິເສດແມ່ນຖານະປະທານ ແລະ ເປັນຜູ້ຊີ້ນຳການຮຽບຮຽງເອກະສານ ຂອງ ຫວຽດນາມ ໃນ 2 ປີຜ່ານມາ ໄດ້ຮັກສາການເຄື່ອນໄຫວຂອງ ກຸ່ມປະຕິບັດງານ ແລະ ການເຈລະຈາ ກົນໄກແກ້ໄຂບັນຫາທີ່ຍັງຄົງຄ້າງ ຂອງສານສາກົນ ໃນສະພາບການທີ່ສັບສົນ.
            ແລະ ກໍ່ໃນວັນທີ 10 ທັນວາ, ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ ກ່ຽວກັບການເຄື່ອນໄຫວຂອງຄະນະກຳມະການຂຶ້ນກັບສະພາຄວາມໝັ້ນຄົງ ສປຊ ທີ່ກ່ຽວຂ້ອງເຖິງ ຊູດັງ ຫຼືຍັງໄດ້ເອີ້ນວ່າ ຄະນະກຳມະການ 1591.
            ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ໄດ້ຮັບຮູ້ຄວາມມານະພະຍາຍາມຫວ່າງມໍ່ໆມານີ້ ເພື່ອແນໃສ່ສ້າງສະຖານະການຢູ່ຊູດັງໃຕ້ມີສະຖຽນລະພາບ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງສືບຕໍ່ອົດກັ້ນ, ຫຼີກລ້ຽງບັນດາການກະທຳໃຊ້ຄວາມຮຸນແຮງ ຫຼືເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ, ສືບຕໍ່ຊຸກຍູ້ການເຈລະຈາ, ໄກ່ເກ່ຍ ແລະ ຊຸກຍູ້ວິວັດທະນາການປ່ຽນຜ່ານຢູ່ຊູດັງໃຕ້ ໃຫ້ສອດຄ່ອງກັບ ລັດຖະດຳລັດ ລັດຖະທຳມະນູນ ປີ 2019.ໄປຄຽງຄູ່ກັນນັ້ນແມ່ນ ເພີ່ມທະວີຄວາມມານະພະຍາຍາມປົກປ້ອງສາມັນຊົນ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຟ້າມ​ມິງ​ຈິງ ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນ​ສູງ ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ສາ​ກົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຟ້າມ​ມິງ​ຈິງ ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນ​ສູງ ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ສາ​ກົນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມຂັ້ນສູງ ຄະນະກຳມະການແມ່ນ້ຳຂອງສາກົນ ຄັ້ງທີ 4 ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ ໃນວັນທີ 5 ເມສາ 2023

Top