• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມ “ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020”

      ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020” ຈະດຳເນີນໃນລະຫວ່າງວັນທີ 13 – 14 ຕຸລາ ຢູ່ຫໍປະຊຸມ ແລະ ງານວາງສະແດງ Coex ຢູ່ ເຊີອູນ. 

ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ຢູ່ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020. ພາບ/TTXVN
      “ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020” ໄດ້ຮັບການຕີລາຄາວ່າ ແມ່ນໂອກາດ ເພື່ອໃຫ້ບັນດາປະເທດພ້ອມກັນແນະນຳຄວາມສາມາດບົ່ມຊ້ອນຂອງ ອາຊີ ໃນສັງກາດຫລັງໂຄວິດ-19, ສ້າງສະຕິຄວາມຮັບຮູ້ກ່ຽວກັບການເພີ່ມລະດັບຄວາມໄວຫັນປ່ຽນສູ່ດີຈີຕອນ ແລະ ຊຸກຍູ້ການຮ່ວມມື ແລະ ແບ່ງປັນວັດທະນາຖາວອນລະຫວ່າງບັນດາປະເທດ ອາຊີ. ເຫດການດັ່ງກ່າວ ກໍ່ຈະສວມບົດບາດຄືພື້ນຖານເຊື່ອມຕໍ່, ໃນນັ້ນ ສ້າງກາລະໂອກາດດຳເນີນທຸລະກິດກັບບັນດາຄູ່ຮ່ວມມື ອາຊີ ແລະ ບັນດາໂອກາດລົງທຶນແຕກຕ່າງກັນໃນທະວີບ ໃຫ້ແກ່ບັນດາວິສາຫະກິດຂອງ ສ.ເກົາຫຼີ, ອາຊຽນ ແລະ ອິນເດຍ. ໃນຂອບເຂດດຳເນີນ “ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020” ຈະມີບັນດາກອງປະຊຸມສຳມະນາ, ບັນດາການເຄື່ອນໄຫວພົບປະ, ແລກປ່ຽນ, ແນະນຳການຮ່ວມມື, ການລົງທຶນລະຫວ່າງບັນດາວິສາຫະກິດ ສ.ເກົາຫຼີ ແລະ ບັນດາປະເທດຕາມຮູບການທາງອອນລາຍ.
(ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top