• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມພິທີໄຂ Festival ຊາວໜຸ່ມ ແລະ ນັກສຶກສາໂລກຄັ້ງທີ 19

      ທັນສະໄໝ ແລະ ແຜ່ຂະຫຍາຍຄວາມໄວ້ເນື້ອເຊື່ອໃຈຕໍ່ພູມປັນຍາໜຸ່ມແມ່ນຄວາມປະທັບໃຈກ່ຽວກັບພິທີໄຂ Festival ຊາວໜຸ່ມ ແລະ ນັກສຶກສາໂລກຄັ້ງທີ 19 “ເພື່ອສັນຕິພາບ, ຄວາມສາມັກຄີ ແລະ ຄວາມຍຸດຕິທຳທາງສັງຄົມ, ພວກເຮົາຕໍ່ສູ້ຕ້ານລັດທິຈັກກະພັດ - ເຊີດຊູອະດີດຕະການ, ກໍ່ສ້າງອະນາຄົດ”, ໄດ້ຈັດຕັ້ງໃນຕອນຄ່ຳວັນທີ 15 ຕຸລາ ຢູ່ໂຮງກິລາໃຫຍ່ຂອງສວນສາທາລະນະ Olympic, ນະຄອນ Sochi, ສະຫະພັນລັດເຊຍ. 

ທ່ານປະທານາທິບໍດີ ລັດເຊຍ Putin ກ່າວຄຳເຫັນທີ່ພິທີໄຂ
(ພາບ: T.Mai)
      Festival ແມ່ນໜຶ່ງໃນບັນດາການເຄື່ອນໄຫວໂດຍສະຫະພັນຊາວໜຸ່ມປະຊາທິປະໄຕໂລກ (WFDY)  ຈັດຕັ້ງ ເພື່ອແນໃສ່ເຕົ້າໂຮມຊາວໜຸ່ມ, ນັກສຶກສາໂລກຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ. ຄະນະຜູ້ແທນ ຂອງສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໂດຍທ່ານ ເລກວກຟອງ, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ນຳໜ້າ, ເຂົ້າຮ່ວມພິທີນີ້. ຄະນະຜູ້ແທນ ຫວຽດນາມ ລວມມີ 150 ຄົນເຊິ່ງແມ່ນການນຳໜຸ່ມ, ຊາວໜຸ່ມ, ນັກສຶກສາດີເດັ່ນໃນຫຼາຍຂົງເຂດທັງຢູ່ພາຍໃນ ແລະ ຕ່າງປະເທດ, ເຂົ້າຮ່ວມການເຄື່ອນໄຫວຕົ້ນຕໍເກືອບທັງໝົດຂອງ Festival ຄັ້ງທີ 19 ຊຶ່ງເລີ່ມແຕ່ວັນທີ 16 ຕຸລາ.
        ນອກຈາກ Sochi ແລ້ວ, ຢູ່ 17 ນະຄອນໃນທົ່ວປະເທດ ລັດເຊຍ, ແຕ່ວັນທີ 12 ຫາວັນທີ 22 ຕຸລາ, ຍັງຈະຈັດຕັ້ງບັນດາການເຄື່ອນໄຫວໃນຂອບເຂດ Festival ຊາວໜຸ່ມ ແລະ ນັກສຶກສາໂລກຄັ້ງທີ 19.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top