• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງໃຫ້ ອາເມລິກາປະຕິບັດມະຕິຂອງກອງປະຊຸມໃຫຍ່ ສປຊ, ຢຸດຕິຄຳສັ່ງຂວ້ຳບາດແບບພຽງລຳພັງຝ່າຍດຽວຕໍ່ກູບາ

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໃຫ້ຮູ້ວ່າ ຫວຽດນາມ ຕິດຕາມສະພາບການທີ່ພວມເກີດຂຶ້ນຢູ່ກູບາ ແລະ ເຊື່ອໝັ້ນວ່າ ປະຊາຊົນ ກູບາຈະຜ່ານຜ່າບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ບັນດາຜົນກະທົບຈາກໂລກລະບາດໂຄວິດ - 19 ໂດຍໄວ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ
      ຄະນະກຳມະການປະສານງານຂອງ ຂະບວນການບໍ່ຮ່ວມກຸ່ມ (CoB-NAM) ຢູ່ ສປຊ ຈັດກອງປະຊຸມໃນວັນທີ 21 ກໍລະກົດ ເພື່ອຮັບຟັງ ກູບາ ແຈ້ງໃຫ້ຊາບກ່ຽວກັບບັນດາການຜັນແປຫວ່າງມໍ່ມານີ້ຢູ່ປະເທດນີ້. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງ ຜູ້ຕາງໜ້າ ກ່ວາ 100 ທ່ານ ທີ່ມາຈາກບັນດາປະເທດສະມາຊິກ ຂະບວນການບໍ່ຮ່ວມກຸ່ມ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໃຫ້ຮູ້ວ່າ ຫວຽດນາມ ຕິດຕາມສະພາບການທີ່ພວມເກີດຂຶ້ນຢູ່ກູບາ ແລະ ເຊື່ອໝັ້ນວ່າ ປະຊາຊົນ ກູບາຈະຜ່ານຜ່າບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ບັນດາຜົນກະທົບຈາກໂລກລະບາດໂຄວິດ - 19 ໂດຍໄວ. ຫວຽດນາມ ຄັດຄ້ານເລື່ອງຈັດວາງບັນດາຄຳສັ່ງຂວ້ຳບາດແບບພຽງລຳພັງຝ່າຍດຽວ ແລະ ບັນດາມາດຕະການບັງຄັບຕໍ່ປະເທດທີ່ມີອະທິປະໄຕ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ເລື່ອງສືບຕໍ່ຮັກສາຄຳສັ່ງຂວ້ຳບາດຕໍ່ ກູບາ ແມ່ນບໍ່ຊອບທຳ ແລະ ໄດ້ສ້າງບັນດາຜົນເສຍຫາຍຢ່າງຍິ່ງ
            ຕໍ່ທຸກດ້ານສຳລັບພື້ນຖານເສດຖະກິດກູບາ, ໃນນັ້ນມີບັນດາຄວາມຫຍຸ້ງຍາກທີ່ພາໄປເຖິງສະພາບການຄືໃນປັດຈຸບັນ.
            ຫວຽດນາມ ຮຽກຮ້ອງໃຫ້ ອາເມລິກາປະຕິບັດມະຕິເລກທີ 289 ຂອງ ສະມັດຊາໃຫຍ່ ສປຊ ທີ່ໄດ້ຮັບການຮັບຮອງເອົາໃນວັນທີ 23 ມິຖຸນາ 2021 ເພື່ອແນໃສ່ຢຸດຕິຄຳສັ່ງຂວ້ຳບາດແບບພຽງລຳພັງຝ່າຍດຽວສຳລັບກູບາ, ຊ່ວຍໃຫ້ກູບາສາມາດ ມີຄວາມເສລີໃນການເຂົ້າຮ່ວມ ໃນບັນດາການພົວພັນເສດຖະກິດ ແລະ ການຄ້າ ທີ່ສອດຄ່ອງກັບກົດໝາຍສາກົນຢ່າງສະເໝີພາບ ແລະ ຍຸຕິທຳ. ຫວຽດນາມ ຮຽກຮ້ອງໃຫ້ ອາເມລິກາປ່ຽນແປງທ່າອ່ຽງນະໂຍບາຍ ໃນປັດຈຸບັນສຳລັບກູບາ, ບໍ່ພຽງແຕ່ເພື່ອຜົນປະໂຫຍດຂອງ ປະຊາຊົນສອງປະເທດເທົ່ານັັ້ນ ຫາກຍັງເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ທົ່ວໂລກເວົ້າລວມ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າອີກ.

Top