• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ

      ໃນກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ດຳເນີນໃນຕອນບ່າຍວັນທີ 27 ພຶດສະພາ ຕາມຮູບການທາງອອນລາຍ, ອີກຄັ້ງໜຶ່ງ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ສະແດງທັດສະນະຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເຄົາລົບສິດຕ່າງໆຂອງບັນດາປະເທດແຄມທະເລ ຕາມກົດໝາຍສາກົນ.
ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ (ພາບ: baoquocte.vn)
      ກ່ຽວຂ້ອງເຖິງແຫຼ່ງຂ່າວຫວ່າງມໍ່ໆມານີ້, ວົງການເຈົ້າໜ້າທີ່ ຟີລິບປິນ ໄດ້ແຈ້ງໃຫ້ຊາບວ່າ ພວມກະກຽມສ້ອມແປງ, ຍົກລະດັບລານບິນ ແລະ ພື້ນຖານໂຄງລ່າງຢູ່ເກາະ ທິຕື໊, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:
            “ດັ່ງທີ່ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວວ່າ ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານທາງດ້ານນິຕິກຳກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ, ສິດອຳນາດສານ ຢ່າງຄົບຖ້ວນສຳລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ທຸກການກະທຳລ່ວງລ້ຳອະທິປະໄຕ ແລະ ບັນດາສິດທີ່ກ່ຽວຂ້ອງຂອງ ຫວຽດນາມ ໃນໝູ່ເກາະ ເຈື່ອງຊາ ແມ່ນຜິດກົດໝາຍ ແລະ ໄຮ້ຄຸນຄ່າ. ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ເຄົາລົບກົດໝາຍສາກົນ, ປະຕິບັດຖະແຫຼງການ DOC, UNCLOS 1982, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບຢູ່ທະເລ, ກໍຄືສ້າງສະພາບແວດລ້ອມທີ່ສະດວກແກ່ການເຈລະຈາ ກົດແຫ່ງການປະພຶດ COC”
            ເມື່ອຕອບຄຳຖາມຂອງຕໍ່ນັກຂ່າວ ກ່ຽວກັບເລື່ອງ ຫວ່າງມໍ່ໆມານີ້, ຈີນ ໄດ້ຈັດຕັ້ງການຊ້ອມຮົບຍິງລູກປືນແທ້ຢູ່ທະເລຕາເວັນອອກ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ຢັ້ງຢືນວ່າ:
            “ຈົ່ງຮັກສາສັນຕິພາບ, ສະຖຽນລະພາບຂອງສິດເສລີໃນການເດີນເຮືອ ແລະ ການບິນ, ເຄົາລົບອະທິປະໄຕ, ເຄົາລົບກົດໝາຍຂອງບັນດາປະເທດຢູ່ທະເລຕາເວັນອອກ ແມ່ນເປົ້າໝາຍ, ແມ່ນຜົນປະໂຫຍດ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງມາດປາດຖະໜາລວມຂອງບັນດາປະເທດທັງໝົດ ແລະ ປະຊາຄົມສາກົນ. ຫວຽດນາມ ປາດຖະໜາວ່າ ບັນດາຝ່າຍທັງໝົດ ຈະມານະພະຍາຍາມປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນບັນຫານີ້”.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top