• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງຈີນຖອນກຳປັ່ນ ຊ້ຽງຢາງຮົງ 10 ແລະ ບັນດາກຳປັ່ນຕຳຫລວດທະເລ, ກຳປັ່ນຫາປາອອກຈາກເຂດທະເລຫວຽດນາມ

ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ຫວ່າງແລ້ວນີ້ ຄືດັ່ງໃຫ້ຂ່າວໄປແລ້ວ ກຳປັ່ນສຳຫລວດ ຊ້ຽງຢາງຮົງ 10 ຂອງຈີນ ພ້ອມກັບກຳປັ່ນຕຳຫລວດທະເລ, ກຳປັ່ນ ຫາປາ ຂອງຈີນ ໄດ້ລ່ວງລ້ຳເຂດເສດຖະກິດຈຳເພາະຂອງ ຫວຽດນາມ
ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ. ພາບ: TTXVN

ວັນທີ 25 ພຶດສະພາ, ຢູ່ ຮ່າໂນ້ຍ ເມື່ອຕອບຄຳຖາມຂອງນັກຂ່າວ ສະເຫນີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ຫນ້າເລື່ອງກຳປັ່ນສຳຫລວດ ຊ້ຽງຢາງຮົງ 10 ພ້ອມກັບບັນດາກຳປັ່ນຕຳຫລວດທະເລ, ກຳປັ່ນຫາປາ ຂອງ ຈີນ ລ່ວງລ້ຳເຂດເສດຖະກິດຈຳເພາະຂອງຫວຽດນາມ ໃນໄລຍະມໍ່ໆມານີ້, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ຫວ່າງແລ້ວນີ້ ຄືດັ່ງໃຫ້ຂ່າວໄປແລ້ວ ກຳປັ່ນສຳຫລວດ ຊ້ຽງຢາງຮົງ 10 ຂອງຈີນ ພ້ອມກັບກຳປັ່ນຕຳຫລວດທະເລ, ກຳປັ່ນ ຫາປາ ຂອງຈີນ ໄດ້ລ່ວງລ້ຳເຂດເສດຖະກິດຈຳເພາະຂອງ ຫວຽດນາມ ຊື່ງໄດ້ກຳນົດສອດຄ່ອງກັບບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. ກະຊວງການຕ່າງປະເທດ ແລະ ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໄດ້ພົວພັນຕິດຕໍ່ກັບຝ່າຍຈີນ ເປັນຫລາຍຄັ້ງ ແລະ ຜັນຂະຫຍາຍບັນດາມາດຕະການເໝາະສົມກັບກົດໝາຍສາກົນ, ກົດໝາຍຂອງຫວຽດນາມ.

ຫວຽດນາມຮຽກຮ້ອງບັນດາອົງການກ່ຽວຂ້ອງຂອງຈີນ ເຄົາລົບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ຢຸດຕິການເຄື່ອນໄຫວລ່ວງລ້ຳຢ່າງທັນທີ, ຖອນກຳປັ່ນ ຊ້ຽງຢາງຮົງ 10 ແລະບັນດາກຳປັ່ນຕຳຫລວດທະເລ, ກຳປັ່ນຫາປາອອກຈາກເຂດທະເລ ຫວຽດນາມ, ເຄົາລົບອຳນາດອະທິປະໄຕ, ອຳນາດສານຂອງຫວຽດນາມ ປະຕິບັດຖະແຫລງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກຢ່າງເຂັ້ມງວດ, ຮັກສາສັນຕິພາບ, ການຮ່ວງມມື ແລະ ພັດທະນາຢູ່ທະເລຕາເວັນອອກ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top