ຂ່າວສານ
ຫວຽດນາມ ຮຽກຮ້ອງການໂອ້ລົມສົນທະນາ ແລະ ເປັນກາງໄກ່ເກ່ຍເພື່ອຊຸກຍູ້ສັນຕິພາບແບບຍືນຍົງຢູ່ ຕາເວັນອອກກາງ
ວັນທີ 10 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດວາລະປຶກສາຫາລືເປີດຂັ້ນສູງ ດ້ວຍຫົວຂໍ້ “ຊຸກຍູ້ບັນດາມາດຕະການດ້ານການເມືອງຢູ່ ຕາເວັນອອກກາງ: ເປັນກາງໄກ່ເກ່ຍ ແລະ ໂອ້ລົມສົນທະນາເພື່ອສັນຕິພາບແບບຍືນຍົງ”. ວາລະປະຊຸມໂດຍທ່ານ Gustavo Petro Urrego, ປະທານາທິບໍດີ ໂກລົມເບຍ ເປັນປະທານ ໃນຂອບເຂດເດືອນ ໂກລົມເບຍ ຮັບດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ, ໄດ້ດຶງດູດການເຂົ້າຮ່ວມ, ກ່າວຄຳເຫັນຂອງຜູ້ຕາງໜ້າເກືອບ 80 ປະເທດສະມາຊິກສະຫະປະຊາຊາດ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຫາຍລຶວ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ເນັ້ນໜັກວ່າ ເພື່ອເປັນກາງໄກ່ເກ່ຍບັນລຸຜົນສຳເລັດຕ້ອງອີງໃສ່ບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ, ເຈດຕະນາດີດ້ານການເມືອງຢ່າງແທ້ຈິງຂອງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ການສະໜັບສະໜູນຢ່າງພາວະວິໄສ, ສະເໝີຕົ້ນສະເໝີປາຍຂອງປະຊາຄົມສາກົນ; ຜືນແຜ່ນດິນທີ່ຄົບຖ້ວນ ແລະ ຄວາມເປັນເອກະລາດດ້ານການເມືອງຂອງບັນດາປະເທດຕ້ອງໄດ້ເຄົາລົບໃນທຸກສະພາບການ; ຄັດຄ້ານການນາບຂູ່ ຫຼຼື ນຳໃຊ້ອາວຸດ, ກໍຄືບັນດາການບຸກໂຈມຕີແນໃສ່ບັນດາປະເທດມີອະທິປະໄຕຢູ່ພາກພື້ນ.






