• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮັບປະກັນບົດບາດຮອງປະທານວາລະປະຊຸມຄັ້ງທີ 5 ກຸ່ມນັກຊ່ຽນຊານລະຫວ່າງລັດຖະບານຂອງ UNCTAD

      ກຸ່ມຜູ້ຊ່ຽວຊານລະຫວ່າງລັດຖະບານ ກ່ຽວກັບກົດໝາຍ ແລະ ນະໂຍບາຍປົກປ້ອງຜູ້ບໍລິໂພກ ແມ່ນກົນໄກປະຈຳ ໄດ້ສ້າງຂຶ້ນຕາມການແນະນຳຂອງ ສປຊ ກ່ຽວກັບປົກປ້ອງຜູ້ບໍລິໂພກ.
 ທ່ານນາງ ເລທິຕວຽດມາຍ (ຂວາ) (ພາບ:TTXVN)
      ທີ່ວາລະປະຊຸມຄັ້ງທີ 5 ກຸ່ມນັກຊ່ຽນຊານລະຫວ່າງລັດຖະບານຂອງ ສປຊ ກ່ຽວກັບດ້ານການຄ້າ ແລະ ການພັດທະນາ (UNCTAD)  ຈັດຂຶ້ນຢູ່ ເຊີແນວ ປະເທດສະວິດ ແຕ່ວັນທີ 5-6 ກໍລະກົດ, ໃນຖະນະເປັນຮອງປະທານ ທັງເປັນນັກປະຖັກກະຖາຂອງວາລະປະຊຸມ ໂດຍບັນດາປະເທດສະມາຊິກເຫັນດີເລືອກຕັ້ງນັ້ນ, ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ໄດ້ເປັນປະທານການປະຊຸມ ກ່ຽວກັບການຕີລາຄາໂດຍສະຫມັກໃຈຂອງ ຈີເລ ກ່ຽວກັບກົດໝາຍ ແລະ ນະໂຍບາຍປົກປ້ອງຜູ້ບໍລິໂພກ, ພ້ອມທັງກຸ່ມຜູ້ຊ່ຽວຊານຈຳນວນໜຶ່ງ ໄດ້ແບ່ງປັນການຕີລາຄາ, ໃຫ້ຄຳເຫັນກ່ຽວກັບບັນຫານີ້.
ກຸ່ມຜູ້ຊ່ຽວຊານລະຫວ່າງລັດຖະບານ ກ່ຽວກັບກົດໝາຍ ແລະ ນະໂຍບາຍປົກປ້ອງຜູ້ບໍລິໂພກ ແມ່ນກົນໄກປະຈຳ ໄດ້ສ້າງຂຶ້ນຕາມການແນະນຳຂອງ ສປຊ ກ່ຽວກັບປົກປ້ອງຜູ້ບໍລິໂພກ ເພື່ອແນໃສ່ຕິດຕາມກວດກາການນຳໃຊ້ ແລະ ປະຕິບັດບັນດາການແນະນຳ, ສ້າງຕັ້ງເວທີປາໄສປຶກສາຫາລື, ຄົ້ນຄ້ວາ, ສະໜອງການໜູນຊ່ວຍເຕັກນິກ, ປະຕິບັດການຕີລາຄາຂັ້ນດຽວກັນໂດຍສະຫມັກໃຈ ແລະ ອັບເດັດການແນະນຳເປັນປະຈຳ. ວາລະປະຊຸມຂອງກຸ່ມ ປະຕິບັດເປັນປະຈຳປີ ນັບແຕ່ປີ 2016 ມາຮອດປະຈຸບັນ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ຕອນບ່າຍວັນທີ 7 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະທານ ສະພາບໍລິຫານເຂດທົ່ງພຽງແມ່ນ້ຳແດງ, ປະທານກອງປະຊຸມຄັ້ງທີ 2 ດ້ວຍຫົວຂໍ້ ກ່ຽວກັບການວາງແຜນຜັງເຂດໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050.

Top