• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ອົດຕະລິດ ຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຊີສູງ, ນະວັດຕະກຳ ແລະການຫັນເປັນດິຈິຕອນ

ເວທີປາໄສ ບໍ່ພຽງແຕ່ເປີດໂອກາດໂອ້ລົມສົນທະນາຢ່າງເປີດເຜີຍ ແລະ ແທດຈິງ ລະຫວ່າງປະຊາຄົມວິສາຫະກິດ, ນັກວາງແຜນນະໂຍບາຍ, ນັກຄົ້ນຄ້ວາລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງຕັ້ງພື້ນຖານໃຫ້ແກ່ການຮ່ວມມືເລິກເຊິ່ງກວ້າງຂວາງກວ່າໃນບັນດາຂົງເຂດອີກດ້ວຍ.
ຫວຽດນາມ - ອົດຕະລິດ ຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຊິສູງ, ນະວັດຕະກຳ ແລະການຫັນເປັນດິຈິຕອນ ສົມທົບກັບການຮ່ວມມືລະຫວ່າງສອງຝ່າຍ

ວັນທີ 16 ພຶດສະພາ, ເວທີປາໄສ “ການຮ່ວມມືເຕັກໂນໂລຊີສູງ ແລະ ນະວັດຕະກຳ ຫວຽດນາມ - ອົດຕະລິດ” ໄດ້ດຳເນີນຢູ່ ນະຄອນຫລວງ ວຽນນາ ຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງຜູ້ຊ່ຽວຊານ, ນັກວາງແຜນນະໂຍບາຍ ແລະ ຜູ້ຕາງຫນ້າບັນດາວິສາຫະກິດເຕັກໂນໂລຊີແຖວຫນ້າມາຈາກສອງປະເທດເປັນຈຳນວນຫລາຍທ່ານ.

ເຫດການແມ່ນພື້ນຖານສຳຄັນເພື່ອແນໃສ່ຊຸກຍູ້ການຮ່ວມມືຍຸດທະສາດໃນຂົງເຂດເຕັກໂນໂລຊີຫລັກ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ, ມຸ່ງໄປເຖິງການສ້າງລະບົບນິເວດຮ່ວມມືແບບຍືນຍົງ ພ້ອມກັນແບ່ງປັນພູມປັນຍາ ແລະ ແຫລ່ງກຳລັງລະຫວ່າງ ຫວຽດນາມ ແລະ ອົດຕະລິດໃນສັງກາດດິຈິຕອນ. ຜ່ານເວທີປາໄສ, ຫວຽດນາມ ອີກຄັ້ງຫນຶ່ງຢັ້ງຢືນບົດບາດແມ່ນຕ່ອງໂສ້ຍຸດທະສາດໃນລະບົບນະວັດຕະກຳທົ່ວໂລກ ພ້ອມທັງແມ່ນຈຸດນັດພົບອັນດູດດຶ່ມໃຫ້ແກ່ບັນດາ ວິສາຫະກິດໃຫຍ່ເຕັກໂນໂລຊີ ທີ່ມາຈາກອົດຕະລິດແລະເອີລົບ ພວມຊອກຫາກາລະໂອກາດລົງທຶນ ແລະ ເປີດກວ້າງການເຄື່ອນໄຫວຢູ່ ອາຊີຕາເວັນອອກສ່ຽງໃຕ້. ເຫດການບໍ່ພຽງແຕ່ເປີດໂອກາດໂອ້ລົມສົນທະນາຢ່າງເປີດເຜີຍ ແລະ ແທດຈິງ ລະຫວ່າງປະຊາຄົມວິສາຫະກິດ, ນັກວາງແຜນນະໂຍບາຍ, ນັກຄົ້ນຄ້ວາລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງຕັ້ງພື້ນຖານໃຫ້ແກ່ການຮ່ວມມືເລິກເຊິ່ງກວ້າງຂວາງກວ່າໃນບັນດາຂົງເຂດອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top