• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ອາເມລິກາ ເຈລະຈາຂັ້ນລັດຖະມົນຕີ ສັນຍາສອງຝ່າຍວ່າດ້ວຍການຄ້າສົມທົບ

ທ່ານຫົວໜ້າການຄ້າ Jamieson Greer, ຫົວໜ້າຄະນະເຈລະຈາ ອາເມລິກາ ໄດ້ຕີລາຄາສູງເລື່ອງ 2 ປະເທດເປັນເອກະພາບຖະແຫຼງການຮ່ວມກ່ຽວກັບຂອບເຂດສັນຍາການຄ້າສົມທົບ, ຍຸດຕິທຳ ແລະ ດຸ່ນດ່ຽງ.
ທີ່ວາລະເຈລະຈາ (ພາບ: moit.gov.vn)

ໃນຂອບເຂດການເຈລະຈາສັນຍາສອງຝ່າຍວ່າດ້ວຍການຄ້າສົມທົບ ລະຫວ່າງ ຫວຽດນາມ ແລະ ອາເມລິກາ, ວາລະເຈລະຈາຂັ້ນລັດຖະມົນຕີ ຫວຽດນາມ - ອາເມລິກາ ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ, ຢູ່ ວໍຊິງຕັນ ດີຊີ, ອາເມລິກາ.

ເປີດສາກວາລະເຈລະຈາ, ທ່ານຫົວໜ້າການຄ້າ Jamieson Greer, ຫົວໜ້າຄະນະເຈລະຈາ ອາເມລິກາ ໄດ້ຕີລາຄາສູງເລື່ອງ 2 ປະເທດເປັນເອກະພາບຖະແຫຼງການຮ່ວມກ່ຽວກັບຂອບເຂດສັນຍາການຄ້າສົມທົບ, ຍຸດຕິທຳ ແລະ ດຸ່ນດ່ຽງ, ຖືນີ້ແມ່ນພື້ນຖານສຳຄັນເພື່ອຊຸກຍູ້, ດຳເນີນວິວັດການເຈລະຈາໃຫ້ສຳເລັດໂດຍໄວ; ທ່ານກໍ່ຕີລາຄາສູງເຈດຕະນາດີ, ວິທີເຂົ້າເຖິງທີ່ມີລັກສະນະເປັນລະບົບ ແລະ ການແກ້ໄຂບັນຫາຂອງ ຫວຽດນາມ ຕໍ່ບັນດາຂໍ້ສະເໜີເຊິ່ງຝ່າຍ ອາເມລິກາ ຍົກອອກມາ.

ສຳລັບ ຫວຽດນາມ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າ, ຫົວໜ້າຄະນະເຈລະຈາ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງ ຫວຽດນາມ ໃນການສ້າງການພົວພັນດ້ານເສດຖະກິດ - ການຄ້າມີຄວາມດຸ່ນດ່ຽງ, ຍືນຍົງກັບ ອາເມລິກາ. ທ່ານກໍ່ສະເໜີໃຫ້ 2 ຝ່າຍມີວິທີເຂົ້າເຖິງຕົວຈິງ ແລະ ມີໄຫວພິບ ເພື່ອຜົນປະໂຫຍດຢ່າງແທດຈິງຂອງທັງ 2 ຝ່າຍ.

(ແຫຼ່ງຄັດຈາກ VOV)

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ວັນທີ 12 ພະຈິກ, ທ່ານເລຂາທິການໃຫຍ່ ໂຕເລິມ ມີບົດຂຽນ “ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດເພື່ອພັດທະນາປະເທດຊາດ”.

Top