ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບກະສັດ ຈໍແດນ Abdullah II Ibn Al Hussein ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
(ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບກະສັດ ຈໍແດນ Abdullah II Ibn Al Hussein)
ຕອນບ່າຍວັນທີ 12 ພະຈິກ, ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບກະສັດ ຈໍແດນ Abdullah II Ibn Al Hussein ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ນຳໜ້າຄະນະຜູ້ແທນ 2 ປະເທດດຳເນີນການພົບປະເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ ແລະ ສະເໜີທິດທາງການຮ່ວມມືໃນໄລຍະຈະມາເຖິງ.
ການຢ້ຽມຢາມດຳເນີນໄປໃນສະພາບການທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (09 ສິງຫາ 1980 – 09 ສິງຫາ 2025), ປະກອບສ່ວນເປີດອອກໄລຍະຮ່ວມມືໃໝ່.
(ແຫຼ່ງຄັດຈາກ VOV)