• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ອາດສາມາດກາຍເປັນປະເທດສົ່ງອອກເຂົ້າສານແຖວໜ້າຂອງໂລກ

ຫວຽດນາມ ອາດສາມາດກາຍເປັນປະເທດສົ່ງອອກເຂົ້າສານແຖວໜ້າຂອງໂລກໃນປີ 2020. ນີ້ແມ່ນຂໍ້ສັງເກດຂອງທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຍົກອອກມາຫວ່າງມໍ່ໆມານີ້.

(ພາບປະກອບ: TTXVN)

ຕາມຕົວເລກຂອງກະຊວງອຸດສາຫະກຳການຄ້າຫວຽດນາມ ແລ້ວ, ໃນ 5 ເດືອນຕົ້ນປີ 2020, ຫວຽດນາມ ສົ່ງອອກເຂົ້າສານໄດ້ກວ່າ 3 ລ້ານໂຕນ, ເພີ່ມຂຶ້ນ 11,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ວົງເງິນສົ່ງອອກບັນລຸ 1,48 ຕື້ USD. ຟີລິບປິນ ແມ່ນປະເທດນຳໜ້າໃນການນຳເຂົ້າເຂົ້າສານຈາກຫວຽດນາມ ດ້ວຍມູນຄ່າກວ່າ 400 ລ້ານ USD. ນອກນັ້ນ, ມີຕະຫຼາດຫຼາຍແຫ່ງກໍ່ໄດ້ຮັບການເຕີບໂຕຢ່າງແຮງຄື: ໄຕ້ຫວັນ (ຈີນ), ຈີນ, ອິນໂດເນເຊຍ ແລະ ການນາ. ໃນໄລຍະ 5 ເດືອນຕົ້ນປີ, ລາຄາສົ່ງອອກເຂົ້າສານຂອງຫວຽດນາມ ໄດ້ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ລາຄາເຂົ້າສານສະເລ່ຍແມ່ນ 485 USD/ໂຕນ.

        ກະຊວງອຸດສາຫະກຳຫວຽດນາມ ໃຫ້ຂໍ້ສັງເກດວ່າ, ດ້ວຍລາຄາແກ່ງແຍ້ງຄືໃນປະຈຸບັນ ຫວຽດນາມ ມີກາລະໂອກາດທີ່ໃຫຍ່ຫຼວງເພື່ອລື່ນກາຍປະເທດໄທ ໃນການສົ່ງອອກເຂົ້າສານທົ່ວໂລກໃນປີ 2020.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ດ້ານ​ລົດ​ໄຟ.

Top