• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສ້າງແຜນການສົ່ງເສີມການທ່ອງທ່ຽວຄືນໃໝ່

ປະຈຸບັນ, ຂະແໜງການທ່ອງທ່ຽວພວມຄົ້ນຄວ້າ, ທາບທາມວິທີການສົ່ງເສີມການທ່ອງທ່ຽວຢ່າງມີປະສິດທິຜົນຈາກບາງປະເທດໃນໂລກ. 
ການທ່ອງທ່ຽວແມ່ນຂະແໜງການພວມຖືກຜົນກະທົບໂດຍກົງ ແລະ ໜັກໜ່ວງຈາກໂລກລະບາດໂຄວິດ-19. ໄປຄຽງຄູ່ກັບການສຸມໃສ່ຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກນັ້ນ, ບັນດາວິສາຫະກິດຂະແໜງການທ່ອງທ່ຽວ ກໍ່ພວມຄອງຄອຍ “ການຟື້ນຟູ” ຂອງຂະແໜງການທ່ອງທ່ຽວໂດຍໄວ.

ພາບປະກອບ/vtc.vn

ບັນດາລາຍການສົ່ງເສີມການທ່ອງທ່ຽວພາຍໃນປະເທດໄລຍະທີ 2 ຈະເອົາໃຈໃສ່ເຖິງປັດໄຈຮັບປະກັນຄວາມປອດໄພ ແລະ ມີຜະລິດຕະພັນການທ່ອງທ່ຽວທີ່ດຶງດູດໃຈລູກຄ້າ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ເລີ່ມເຊື່ອມຕໍ່ຄືນໃໝ່ບັນດາຖ້ຽວບິນການຄ້າສາກົນໄປຍັງບາງປະເທດຄູ່ຮ່ວມມື.

        ປະຈຸບັນ, ຂະແໜງການທ່ອງທ່ຽວພວມຄົ້ນຄວ້າ, ທາບທາມວິທີການສົ່ງເສີມການທ່ອງທ່ຽວຢ່າງມີປະສິດທິຜົນຈາກບາງປະເທດໃນໂລກ. ທ່ານ ລຶວດຶກເກ໊, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນໂຄສະນາການທ່ອງທ່ຽວຫວຽດ ໃຫ້ຂໍ້ສັງເກດວ່າ:

        “ບໍ່ພຽງແຕ່ມີແຕ່ລະວິສາຫະກິດສົ່ງເສີມເທົ່ານັ້ນ, ບໍ່ພຽງແຕ່ມີແຕ່ລະທ້ອງຖິ່ນສົ່ງເສີມເທົ່ານັ້ນ ແຕ່ມັນຕ້ອງມີນະໂຍບາຍສັງລວມ. ຖ້າລັດມີການໜູນຊ່ວຍ ຈະຊ່ວຍໃຫ້ເປັນຜົນດີຕໍ່ຜູ້ໄປທ່ຽວ ຄືດັ່ງບັນດາປະເທດ ສິງກະໂປ, ຍີ່ປຸ່ນ, ໄທ, ອີຕາລີ ກໍ່ລ້ວນແຕ່ເຮັດຄືແນວນັ້ນ.

        ໃນສະພາບການໃໝ່, ຄວນຄິດໄລ່ເຖິງວິທີການສ້າງໂຄງປະກອບວິສາຫະກິດການທ່ອງທ່ຽວ, ຜະລິດຕະພັນການທ່ອງທ່ຽວ, ໂຄສະນາ, ສົ່ງເສີມສະຖານທີ່ທ່ອງທ່ຽວຄືນໃໝ່ ເພື່ອຕອບສະໜອງຄວາມຕ້ອງການ ແລະ ທ່າອ່ຽງໃໝ່ຂອງຕະຫລາດການທ່ອງທ່ຽວພາຍໃນປະເທດ.

(ແຫຼ່ງຄັດຈາກ VOV)

ປ​ຊ​ຊ ​ມີຄວາມ​ຫວັງ​ວ່າ ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ໂຕ​ເລິມ ແລະ ກົງ​ຈັກ​ການ​ນຳ​ພັກ​ສະ​ໄໝ​ທີ XIV ຈະ​ນ​ຳປະ​ເທດ​ຊາດ​ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່

ປ​ຊ​ຊ ​ມີຄວາມ​ຫວັງ​ວ່າ ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ໂຕ​ເລິມ ແລະ ກົງ​ຈັກ​ການ​ນຳ​ພັກ​ສະ​ໄໝ​ທີ XIV ຈະ​ນ​ຳປະ​ເທດ​ຊາດ​ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່

ເມື່ອຕິດຕາມວາລະອັດກອງປະຊຸມໃຫ່ຍຄະນະຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ຈັດຂຶ້ນໃນຕອນບ່າຍຂອງວັັນທີ 23 ມັງກອນ, ປຊຊ ໄດ້ສະແດງຄວງາມປິຕິຊົມຊື່ນ ເມື່ອກອງປະຊຸມໃຫ່ຍໄດ້ປະສົບຜົນສຳເລັດຢ່າງຈົບງາມ.

Top