• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສ້າງເງື່ອນໄຂໃຫ້ວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນ

ວັນທີ 19 ມິຖຸນາ, ໃນມື້ເຮັດວຽກທໍາອິດຢູ່ ເຊີອູນ, ສ.ເກົາຫຼີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບປະທານກຸ່ມບໍລິສັດຂອງ ສ.ເກົາຫຼີຈໍານວນໜຶ່ງ ເປັນຕົ້ນແມ່ນ Hyosung, Lotte, Hanwha Du Hyong Ryoo, GS E&C Woo Mu Hion; ໃຫ້ການຕ້ອນຮັບການນໍາບັນດາກອງເງິນລົງທຶນດ້ານອະສັງຫາລິມະສັບ ສ.ເກົາຫຼີ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ແລະ ທ່ານປະທານກຸ່ມບໍລິສັດHyosung Cho Hyun Joon (ພາບ: TTXVN)

ທີ່ການຕ້ອນຮັບຄັ້ງຕ່າງໆ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາກຸ່ມບໍລິສັດທີ່ເຂົ້າມາລົງທຶນດໍາເນີນທຸລະກິດຢູ່ຫວຽດນາມ ດ້ວຍບັນດາໂຄງການທີ່ມີຂອບຂະໜາດໃຫຍ່; ພ້ອມທັງປາດຖະໜາວ່າ ບັນດາກຸ່ມບໍລິສັດເທົ່ານັ້ນ ຈະເຄື່ອນໄວຍາວນານ ແລະ ເປີດກວ້າງການລົງທຶນຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຢັ້ງຢືນວ່າ ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ, ການລົງທຶນ ໃຫ້ຫຼາຍກວ່າອີກນັ້ນ ລັດຖະບານ, ນາຍົກລັດຖະມົນຕີ ຈະແກ້ໄຂບັນດາສິ່ງຕິດຂັດໂດຍໄວ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ດໍາເນີນທຸລະກິດ ຢູ່ຫວຽດນາມ ເປັນຢ່າງດີ.

        ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໄດ້ເປັນສັກຂີພິຍານພິທີລົງນາມໃນການຮ່ວມມືຍຸດທະສາດ ລະຫວ່າງ ກຸ່ມບໍລິສັດ ອານຟາດ Holdings ຂອງຫວຽດນາມ ແລະ ບໍລິສັດ TLC ສ.ເກົາຫຼີ ກ່ຽວກັບການເປີດກວ້າງຂອບຂະໜາດການຜະລິດວັດຖຸດິບທີ່ສາມາດເປື່ອຍລະລາຍເອງ  ກັບສິ່ງແວດລ້ອມ ຢູ່ ສ.ເກົາຫຼີ ແລະ ຜັນຂະຫຍາຍການລົງທຶນໂຄງການຜະລິດວັດຖຸຊີວະພາບເປື່ອຍລະລາຍ ຢູ່ຫວຽດນາມ,ດ້ວຍຍອດເງິນລົງທຶນ 100 ລ້ານ USD.

        ນອກຈາກນັ້ນ, ທ່ານ ເວືອງດິ່ງເຫວ້ ກໍໄດ້ໄປຢ້ຽມຢາມປະຊາຄົມຊາວຫວຽດນາມ, ພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາ ສ.ເກົາຫຼີ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top