• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຫວຽດນາມ ສຸມໃສ່ປັບປຸງຄວາມສາມັກຄີໃນ ອາຊຽນ, ຊຸກຍູ້ຄວາມຄືບໜ້າໃນການສ້າງປະຊາຄົມ

ກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ຫາກໍຈັດຂຶ້ນຢູ່ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 16 – 17 ກຸມພາ. ນີ້ແມ່ນການພົບປະໂດຍກົງຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ພາຍຫຼັງຖືກຕັດຕອນຍ້ອນໂລກລະບາດໂຄວິດ - 19.
ກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ (ພາບ: VOV)

 ທີ່ກອງປະຊຸມ, ລັດຖະມົນຕີບັນດາປະເທດໄດ້ແລກປ່ຽນກ່ຽວກັບສິ່ງທ້າທາຍ ແລະ ວາງອອກທິດທາງການຮ່ວມມື, ພ້ອມກັນຮັບມືຢ່າງສຳເລັດຜົນ. ບັນດາລັດຖະມົນຕີໄດ້ສະຫຼຸບວ່າ ຄວາມສາມັກຄີ, ຄວາມເປັນເອກະສັນ ສືບຕໍ່ແມ່ນປັດໄຈແກ່ນສານໃນການເຄື່ອນໄຫວຂອງ ອາຊຽນ, ສັນຕິພາບ ແລະ ສະຖຽນລະພາບແມ່ນເປົ້າໝາຍ, ໂອ້ລົມສົນທະນາ ແລະ ຮ່ວມມືກັນເພື່ອພ້ອມກັນມຸ່ງໄປເຖິງອະນາຄົດ.

ທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີຍ ກໍສະເໜີບັນດາຂໍ້ລິເລີ່ມ ເປັນຕົ້ນແມ່ນ ການຕົກລົງຮັບຮອງເອົາໃບຢັ້ງຢືນການສັກວັກຊິນຂອງກັນໃນພາກພື້ນ, ນຳໃຊ້ກອງທຶນ ອາຊຽນ ປ້ອງກັນ, ຕ້ານໂຄວິດ - 19 ຢ່າງມີປະສິດທິຜົນ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ກໍໄດ້ກ່າວປາໄສສຳຄັນກ່ຽວກັບບັນຫາທະເລຕາເວັນອອກ ແລະ ມຽນມາ; ຢັ້ງຢືນຫຼັກໝັ້ນ, ຫຼັກການຂອງ ອາຊຽນ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ ທະເລຕາເວັນອອກ, ປະຕິບັດກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລປີ 1982 (UNCLOS).


(ແຫຼ່ງຄັດຈາກ VOV)

ພິທີບູຊາຂວັນຄວາຍ ຮັກສາປະເພນີດັ້ງເດີມ ຢູ່ ລາຍເຈົາ

ພິທີບູຊາຂວັນຄວາຍ ຮັກສາປະເພນີດັ້ງເດີມ ຢູ່ ລາຍເຈົາ

ໃນຂອບເຂດ ງານເທດສະການວັດທະນະທຳແຫ່ງຊາດ ເຜົ່າລື້ ປີ 2026 (ພາຍໃຕ້ຫົວຂໍ້ “ສີສັນວັດທະນະທຳ ເຜົ່າລື້”, ຕາແສງ ຂຸນຮ໋າ, ແຂວງ ລາຍເຈົາ ໄດ້ຟື້ນຟູ ງານບຸນປະເພນີ ສູ່ຂວັນຄວາຍ. ຈຸດເດັ່ນ ແມ່ນພິທີ ສູ່ຂວັນຄວາຍ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນ ຕໍ່ກັບສັດລ້ຽງ ທີ່ໄດ້ອອກແຮງງານຢ່າງອິດເມື່ອຍ, ຫວັງວ່າລາດູການຈະໄດ້ຮັບຜົນດີ, ຊີວິດການເປັນຢູ່ອີ່ມໜຳສຳລານ, ປະກອບສ່ວນຮັກສາປະເພນີທາງດ້ານຈິດໃຈ ຂອງຊຸມຊົນ ເຜົ່າລື້.

Top