“ການລົງທຶນຈາກຕ່າງປະເທດຂອງປີ 2017 ມີບັນດາສັນຍານດີຂຶ້ນ, ພິເສດແມ່ນນອກຈາກ ສ. ເກົາຫຼີ, ຍີ່ປຸ່ນ, ສິງກະໂປ, ຈີນ, ຫວຽດນາມ ຍັງໄດ້ຮັບການລົງທຶນຈາກ ເອີລົບ, ຍ້ອນວ່າ ເອີລົບ ກໍ່ປະສົບກັບຄວາມຫຍຸ້ງຍາກຍ້ອນ Brexit ແລະ ເຂົາເຈົ້າພວມໝູນໃຊ້ບັນດາສັນຍາການຄ້າ 2 ຝ່າຍ ແລະ ຫຼາຍຝ່າຍທີ່ລົງນາມຢູ່ແລ້ວ ເພື່ອທົດແທນໃຫ້ບັນດາຜົນເສຍຫາຍໃນຂະນະທີ່ ອັງກິດ ຖອນອອກຈາກສະຫະພາບ ເອີລົບ (ອີຢູ). ການພົວພັນຄ້າຂາຍ ຫວຽດນາມ - ອີຢູ ຈະປະສົບກັບຄວາມສະດວກກ່ວາ. ຢາກເຮັດໄດ້ສິ່ງດັ່ງກ່າວ ພວກເຮົາຕ້ອງສ້າງພື້ນຖານໂຄງລ່າງເພື່ອດຶງດູດການລົງທຶນໃຫ້ດີທີ່ສຸດ, ສ້າງສະພາບແວດລ້ອມ ດ້ານນິຕິທຳ, ມີລັກສະນະກະຈ່າງແຈ້ງ, ມີສິດຊັບສິນທາງປັນຍາ.”
(ແຫຼ່ງຄັດຈາກ VOV)