ຫວຽດນາມ ສະໜັບສະໜູນສະຫະປະຊາຊາດຮັກສາບົດບາດໃຈກາງໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ຊຸກຍູ້ການພັດທະນາແບບຍືນຍົງ ບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ພ້ອມກັນນັ້ນ, ສະໜັບສະໜູນບັນດາຄວາມານະພະຍາຍາມປັບປຸງລະບົບສະຫະປະຊາຊາດຢ່າງແຮງ ຕາມທິດກະທັດລັດ, ມີປະສິດທິຜົນ. ທ່ານນາງ ວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ຢືນຢັນຄືແນວນັ້ນທີ່ການພົບປະກັບທ່ານ António Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ຈັດຂຶ້ຶ້ນໃນຕອນບ່າຍວັນທີ 01 ກັນຍາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດກອງປະຊຸມສຸດຍອດອົງການຮ່ວມມື ຊຽງໄຮ ເປີດກວ້າງ (SCO plus) ທີ່ຈັດຂຶ້ນໃນວັນທີ 31 ສິງຫາ ແລະ 01 ກັນຍາ, ຢູ່ນະຄອນຫຼວງ Bishkek, Kyrgyzstan.
ທ່ານນາງຮອງປະທານປະເທດກໍ່ສະເໜີໃຫ້ 2 ຝ່າຍສ້າງຂອບຍຸດທະສາດການຮ່ວມມືພັດທະນາແບບຍືນຍົງໄລຍະ 2027 – 2031 ໃຫ້ສຳເລັດໂດຍໄວ ແລະ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂ, ໜູນຊ່ວຍຖ້າຫາກ ສະຫະປະຊາຊາດມີຄວາມຕ້ອງການສ້າງຕັ້ງສຳນັກງານ, ອົງການຢູ່ ຫວຽດນາມ ຕື່ມອີກ. ພ້ອມກັນນັ້ນ, ທ່ານນາງກໍ່ສະເໜີໃຫ້ສະຫະປະຊາຊາດສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ເພີ່ມທະວີການສຳພັດກັບບັນດາແຫຼ່ງການເງິນສີຂຽວ ແລະ ຍູ້ແຮງວິວັດການຫັນປ່ຽນພະລັງງານຢ່າງຍຸຕິທຳ ແນໃສ່ໜູນຊ່ວຍ ຫວຽດນາມ ປະຕິບັດເປົ້າໝາຍຮັກສາລະດັບເຕີບໂຕ 2 ຕົວເລກ, ສູ້ຊົນກາຍເປັນປະເທດພັດທະນາໃນປີ 2045.
ສ່ວນທ່ານເລຂາທິການໃຫຍ່ António Guterres, ຢືນຢັນວ່າ ສະຫະປະຊາຊາດຈະເພີ່ມທະວີການໜູນຊ່ວຍ ຫວຽດນາມ ກ່ຽວກັບການຫັນເປັນດີຈີຕອນ, ການປະຕິບັດເປົ້າໝາຍເຕີບໂຕ 2 ຕົວເລກ, ກໍຄືຕັ້ງໜ້າໜູນຊ່ວຍ ຫວຽດນາມ ເພີ່ມຈຳນວນຊາວ ຫວຽດນາມ ເຮັດວຽກຢູ່ສະຫະປະຊາຊາດ.






