• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຫຼຸດຜ່ອນກຳລັງທັບ ແລະ ບໍ່ເຜີຍແຜ່ອາວຸດນິວເຄຼຍທັງໝົດ

      ໃນບົດກ່າວປາໄສ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໄດ້ຢັ້ງຢືນເຖິງຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຂອງຫວຽດນາມພ້ອມກັບບັນດາປະເທດເພື່ອສ້າງໂລກແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ.

ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມກ່່າວບົດກ່າວປາໄສທີ່ກອງປະຊຸມ (ພາບ: baoquocte.vn)
      ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຫຼຸດຜ່ອນກຳລັງທັບ ແລະ ບໍ່ເຜີຍແຜ່ອາວຸດນິວເຄຼຍທັງໝົດ. ນີ້ແມ່ນຄຳຢັ້ງຢືນຂອງທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໃນບົດກ່າວປາໄສທີ່ກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນລົບລ້າງອາວຸດນິວເຄຼຍ ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 2 ຕຸລາ (ຕາມເວລາ ຫວຽດນາມ). ໃນບົດກ່າວປາໄສ, ທ່ານຟ້າມບິ່ງມິງໄດ້ຢັ້ງຢືນເຖິງຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຂອງຫວຽດນາມພ້ອມກັບບັນດາປະເທດເພື່ອສ້າງໂລກແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ. ຕາມທ່ານຟ້າມບິ່ງມິງແລ້ວ, ຫວຽດນາມສະໜັບສະໜູນຄວາມມານະພະຍາຍາມຫຼຸດຜ່ອນກຳລັງທັບ ແລະ ບໍ່ເຜີຍແຜ່ອາວຸດນິວເຄຼຍທັງໝົດ. ທ່ານກ່າວວ່າ:
            ພວກຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ເປັນເຈົ້າຂອງ ອາວຸດນິວເຄຼຍ ຈົ່ງຍູ້ແຮງຄຳໝັ້ນສັນຍາຫຼຸດຜ່ອນກຳລັງທັບ, ອາວຸດນິວເຄຼຍທັງໝົດຕາມມາດຕາ 6 ຂອງ ສົນທິສັນຍາ ວ່າດ້ວຍການບໍ່ເຜີຍແຜ່ອາວຸດນິວເຄຼຍ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຕໍ່ລະບອບຫຼາຍຝ່າຍກ່ຽວກັບການຫຼຸດຜ່ອນກຳລັງທັບ, ເສີມຂະຫຍາຍບົດບາດຂອງໂຄງປະກອບພາກພື້ນ ໃນການສ້າງ ແລະ ຮັກສາບັນດາພາກພື້ນໃຫ້ປອດອາວຸດນິວເຄຼຍ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top