• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕ, ສິດອະທິປະໄຕແລະສິດອຳນາດສານຢູ່ທະເລຕາເວັນອອກຜ່ານການທູດ ແລະ ນິຕິກຳ

ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກແມ່ນຈະແຈ້ງ ແລະ ສະເໝີຕົ້ນສະເໝີພາຍ.
ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ. (ພາບ: ກະຊວງການຕ່າງປະເທດຫວຽດນາມ)

ວັນທີ 12 ກໍລະກົດ, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ກ່ຽວກັບຄຳວິຈານຂອງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງສານອະນຸຍາໂຕຕຸລາການໃນເຫດຮ້ອງຟ້ອງກ່ຽວກັບທະເລຕາເວັນອອກ ອອກຄຳຕັດສິນສຸດທ້າຍ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກແມ່ນຈະແຈ້ງ ແລະ ສະເໝີຕົ້ນສະເໝີພາຍ, ຕາມນັ້ນແລ້ວ ຍາມໃດຫວຽດນາມ ກໍ່ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຢູ່ທະເລຕາເວັນອອກ ຜ່ານບັນດາວິວັດທະນາການທາງການທູດ ແລະ ນິຕິກຳ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ ແລະ ແກ້ໄຂບດ້ວຍບັນດາມາດຕະການ, ວິທີການສັນຕິວິທີ ທີ່ເໝາະສົມກັບກົດບັດສະຫະປະຊາຊາດ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (ສົນທິສັນຍາ). ດ້ວຍຖານະເປັນສະມາຊິກຂອງສົນທິສັນຍາ ແລະ ປະເທດຢູ່ເຂດແຄມທະເລຕາເວັນອອກ, ຫວຽດນາມ ສະເໜີໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງເຄົາລົບ ແລະ ປະຕິບັດບັນດາພັນທະນິຕິກຳຂອງຕົນຢ່າງຄົບຖ້ວນທີ່ໄດ້ກຳນົດໃນສົນທິສັນຍາ, ພ້ອມກັນຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ທະເລຕາເວັນອອກ ໂດຍອີງຕາມກົດໝາຍສາກົນ.

        ເນື່ອງໃນໂອກາດນີ້, ທ່ານນາງໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ກໍ່ຢືນຢັນຄືນໃໝ່ຫຼັກໝັ້ນຂອງຫວຽດນາມ ທີ່ມີຕໍ່ບັນຫາອະທິປະໄຕສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແລະ ບັນດາເຂດທະເລຂຶ້ນກັບອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ ເຊິ່ງກຳນົດບົນພື້ນຖານສົນທິສັນຍາ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top