• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ

      ວັນທີ 8/5, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ເຫດການ, ໄລຍະຜ່ານມາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ Dilfin Lorenzana ພ້ອມກັບບັນດານັກຂ່າວ ຟີລິບປິນ ແລະ ຕ່າງປະເທດໄດ້ໄປເກາະ ທິຕື໋ ຂຶ້ນກັບໝູ່ເກາະ ເຈື່ອງຊາຂອງ ຫວຽດນາມ, 

ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ 
      ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ຊີ້ແຈ້ງວ່າ: “ຄືດັ່ງໄດ້ຢັ້ງຢືນມາເປັນຫຼາຍເທື່ອແລ້ວ, ຫວຽດນາມ ມີຫຼັກຖານດ້ານນິຕິທຳ ແລະ ຫຼັກຖານປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ. ຫວຽດນາມ ສະເໜີໃຫ້ບັນດາຝ່າຍກ່ຽວຂ້ອງຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມສຳລັບ ໝູ່ເກາະ ເຈື່ອງຊາ, ປະຕິບັດຢ່າງຄົບຖ້ວນ ແລະ ເຂັ້ມງວດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ລະງັບໃຈ ແລະ ບໍ່ມີການກະທຳກໍ່ຄວາມເຄັ່ງຕຶງເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ແກ້ໄຂບັນດາການຂັດແຍ້ງທີ່ກ່ຽວຂ້ອງດ້ວຍມາດຕະການສັນຕິພາບ ເໝາະສົມກັບກົດໝາຍສາກົນ.”
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top