ຂ່າວສານ
ຫວຽດນາມ - ສະຫະລັດ ອາເມຣິກາ ສືບຕໍ່ການເຈລະຈາດ້ານວິຊາການກ່ຽວກັບຂໍ້ຕົກລົງການຄ້າສົມທົບດຸ່ນດ່ຽງ ແລະ ຍຸຕິທຳ
ຫຼັງຈາກກອງປະຊຸມການເຈລະຈາລະດັບລັດຖະມົນຕີ ໃນວັນທີ 10 ພະຈິກ, ວັນທີ 12 ພະຈິກ, ທ່ານ ຫງວຽນຊິງເຍິດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າຄະນະຜູ້ແທນການເຈລະຈາ ຫວຽດນາມ ໄດ້ເຮັດວຽກກັບ ທ່ານ Rick Switzer, ຮອງຜູ້ຕາງໜ້າການຄ້າສະຫະລັດ ເພື່ອເລີ່ມຕົ້ນ ການເຈລະຈາດ້ານວິຊາການ. ໃນການເຮັດວຽກ, ສອງຝ່າຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບການພົວພັນດ້ານເສດຖະກິດ ແລະ ການຄ້າສອງຝ່າຍ, ພ້ອມທັງຕົກລົງເຫັນດີກ່ຽວກັບເນື້ອໃນຈຳນວນໜຶ່ງ ເພື່ອບັນດາກຸ່ມເຈລະຈາລະດັບວິຊາການຂອງສອງຝ່າຍ ສຸມໃສ່ການສືບຕໍ່ແກ້ໄຂຮັບປະກັນ ໃຫ້ໄດ້ຮັບຜົນດີທີ່ສຸດ. ນີ້ຖືວ່າເປັນບາດກ້າວຕໍ່ໄປທີ່ສຳຄັນ, ສະເໜີກຳນົດທິດທາງໃຫ້ບັນດາກຸ່ມວິຊາການໃນການເຈລະຈາຮອບນີ້, ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງທັງສອງຝ່າຍໃນການສົ່ງເສີມການຮ່ວມມືດ້ານການຄ້າທີ່ໝັ້ນຄົງ, ດຸ່ນດ່ຽງ, ຍຸດຕິທຳ ແລະ ຍືນຍົງ.
ທ່ານ Rick Switzer, ຮອງຫົວໜ້າຜູ້ຕາງໜ້າການຄ້າສະຫະລັດອາເມຣິກາ ໄດ້ຮັບຮູ້ເຖິງບັນດາບາດກ້າວອັນຕັ້ງໜ້າໃນນະໂຍບາຍການຄ້າ, ການປະຕິຮູບລະບອບລະບຽບການ ແລະ ຄໍາໝັ້ນສັນຍາ ການເຊື່ອມໂຍງສາກົນຂອງຫວຽດນາມ ກໍຄືຜົນຂອງການເຈລະຈາຮອບທີ່ຜ່ານມາ, ພ້ອມທັງ ຢືນຢັນວ່າການຮ່ວມມືຢ່າງໃກ້ຊິດລະຫວ່າງສອງຝ່າຍຈະສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ຂັ້ນຕອນການເຈລະຈາ.
ພາຍຫຼັງການເຮັດວຽກ, ຄະນະເຈລະຈາຂອງສອງປະເທດໄດ້ເລີ່ມຕົ້ນຜັນຂະຫຍາຍບັນດາວຽກງານເປັນກຸ່ມ ເພື່ອເຈລະຈາບັນດາເນື້ອໃນຕາມແຜນການທີ່ໄດ້ກຳນົດໄວ້ກ່ອນໜ້າ.








