• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ລົງທຶນຈຳນວນເງິນກ່ວາ 3,7 ຕື້ໂດລາສະຫະລັດ ເຂົ້າເຂດສາມຫຼ່ຽມພັດທະນາຂຶ້ນກັບລາວ ແລະ ກຳປູເຈຍ

ກອງປະຊຸມໄດ້ຕີລາຕາໝາກຜົນແຫ່ງການຊຸກຍູ້ວຽກງານສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຂອງແຕ່ລະປະເທດ ແລະ ຂອງທ້ອງຖິ່ນຕ່າງໆໃນ ບັນດາແຂວງໃນເຂດ CLV
ກອງປະຊຸມຈັດຂຶ້ນຢູ່ແຂວງ ອັດຕະປື, ສປປ ລາວ (ພາບ:Phạm Kiên/TTXVN)

ຕອນເຊົ້າວັນທີ 27 ກຸມພາ, ຢູ່ແຂວງ ອັດຕະປື, ທາງພາກໃຕ້ລາວ, ໄດ້ໄຂກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ (CLV) ຄັ້ງທີ 13. ເຂົ້າຮ່ວມກອງປະຊຸມມີບັນດາຜູ້ຕາງໜ້າເຊິ່ງເປັນການນຳບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງ 3 ປະເທດ; ຄະນະປົກຄອງ, ບັນດາພະແໜກ, ຂະແໜງການ ແລະ ວິສາຫະກິດຂອງ 13 ແຂວງ ເຂດ 3 ຫຼ່ຽມພັດທະນາ, ລວມມີ: ກອນຕຸມ, ຢາລາຍ, ດັກລັກ, ດັກນົງ, ບິ່ງເຟືອກ (ຫວຽດນາມ); ເຊກອງ, ອັດຕະປື, ສາລາວັນ, ຈຳປາສັກ (ສປປ ລາວ) ແລະ Stung Treng, Rattanakiri, Mondul Kiri, Kratie (ປະເທດ ກຳປູເຈຍ).

ກອງປະຊຸມໄດ້ຕີລາຕາໝາກຜົນແຫ່ງການຊຸກຍູ້ວຽກງານສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຂອງແຕ່ລະປະເທດ ແລະ ຂອງທ້ອງຖິ່ນຕ່າງໆໃນ ບັນດາແຂວງໃນເຂດ CLV; ຜ່ານນັ້ນໄດ້ຕີລາຄາສະພາບການ, ກຳນົດສິ່ງຈຳກັດ, ຄວາມຫຍຸ້ງຍາກ, ກາລະໂອກາດ ແລະ ຍົກອອກມາດຕະການແກ້ໄຂອັນແທດຈິງ, ມີຄວາມສະໜິດຕິດພັນກ່ວາໃນແຕ່ລະຂົງເຂດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ເພື່ອມີການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນ ໃນການດຶງດູດບັນດາແຫຼ່ງກຳລັງ, ຂຸດຄົ້ນນຳໃຊ້ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ຂອງແຕ່ລະທ້ອງຖິ່ນ, ແຕ່ລະປະເທດຢູ່ເຂດ CLV, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວທຸກຍາກ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງສາມປະເທດ ຫວຽນາມ - ລາວ - ກຳປູເຈຍ.

ໃນເຂດສາມຫຼ່ຽມພັດທະນາຂຶ້ນກັບລາວ ແລະ ກຳປູເຈຍ, ຫວຽດນາມ ມີ 110 ໂຄງການລົງທຶນດ້ວຍທຶນຈົດທະບຽນລົງທຶນກ່ວາ 3,7 ຕື້ໂດລາສະຫະລັດ (ກວມກ່ວາ 24% ຍອດຈຳນວນໂຄງການ ແລະ ກ່ວາ 44% ທຶນຈົດທະບຽນລົງທຶນຢູ່ລາວ ແລະ ກຳປູເຈຍ ເວົ້າລວມ).

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງກຸ່ມບໍລິສັດຂົນສົ່ງທາງທະເລແຖວໜ້າໂລກ

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງກຸ່ມບໍລິສັດຂົນສົ່ງທາງທະເລແຖວໜ້າໂລກ

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ເນັ້ນໜັກວ່າ ບັນດາຂົງເຂດທີ່ກຸ່ມບໍລິສັດ Maersk ພວມລົງທຶນ ແລະ ມີຄວາມສົນໃຈ

Top