• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດຍຸຕິທຳ, ກົດໝາຍ

ທີ່ການເຮັດວຽກ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະການເມືອງພາຍໃນສູນກາງ ປາດຖະໜາຢາກການຮ່ວມມືລະຫວ່າງສອງອົງການນີ້ນັບມື້ນັບມືປະສິດທິຜົນກ່ວາ, ພິເສດໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານຍຸຕິທຳ.

ທີ່ການເຮັດວຽກ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະການເມືອງພາຍໃນສູນກາງ  ປາດຖະໜາຢາກການຮ່ວມມືລະຫວ່າງສອງອົງການນີ້ນັບມື້ນັບມືປະສິດທິຜົນກ່ວາ, ພິເສດໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານຍຸຕິທຳ.

   

ທ່ານ ຟານດິ່ງຈາກ, ຫົວໜ້າຄະນະການເມືອງພາຍໃນສູນກາງ ຕ້ອນຮັບທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງຄະນະປະຕິບັດງານຂັ້ນສູງກະຊວງຍຸຕິທຳ ສປປ ລາວ ນຳໂດຍທ່ານລັດຖະມົນຕີກະຊວງຍຸຕິທຳ ໄພວີ ສີບົວລິພາ, ແຕ່ວັນທີ 21 – 26 ສິງຫາ, ຕອນເຊົ້າວັນທີ 23 ສິງຫາ, ຢູ່ຮ່່າໂນ້ຍ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະການເມືອງພາຍໃນສູນກາງ, ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະ. ທີ່ການເຮັດວຽກ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະການເມືອງພາຍໃນສູນກາງ  ປາດຖະໜາຢາກການຮ່ວມມືລະຫວ່າງສອງອົງການນີ້ນັບມື້ນັບມືປະສິດທິຜົນກ່ວາ, ພິເສດໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານຍຸຕິທຳ; ສະເໜີສອງຝ່າຍຍົກສູງການໜູນຊ່ວຍດ້ານຍຸຕິທຳທາງແພ່ງມີປະສິດທິຜົນກ່ວາອີກ; ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາປະຊາຊົນອົບພະຍົບແບບເສລີ, ການສົມລົດຢ່າງຜິດກົດໝາຍຂອງປະຊາຊົນເຂດຊາຍແດນ. ກະຊວງຍຸຕິທຳສອງປະເທດສືບຕໍ່ຮ່ວມມື, ແລກປ່ຽນ, ແບ່ງປັນບົດຮຽນ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນດາເວທີປາໄສ, ອົງການສາກົນຫຼາຍຝ່າຍກ່ຽວກັບກົດໝາຍ, ຍຸຕິທຳ.

        ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ ຊີ້ແຈ້ງວ່າ: ສອງປະເທດຄວນສົມທົບກັນແກ້ໄຂບັນຫາອາດຊະຍາກຳຂ້າມຊາດ, ການແກ່ງແຍ້ງດ້ານການຄ້າມີປັດໄຈຕ່າງປະເທດ, ການສົມລົດມີປັດໄຈຫຼາຍສັນຊາດ… ທ່ານ ຫງວຽນຮ່ວາບິ່ງ ເຊື່ອໝັ້ນວ່າ: ການພົວພັນລະຫວ່າງກະຊວງຍຸຕິທຳສອງປະເທດ ຫວຽດນາມ - ລາວ ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກດ້ານ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top