• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືລະຫວ່າງຄະນະກຳມະການກວດກາສູນກາງພັກສອງປະເທດ

ນະທີ່ນີ້, ທ່ານ ເຈິ່ນເກີ໋ມຕູ໊ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງລາວຢ່າງຮອບດ້ານ; ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການພົວພັນ ຫວຽດນາມ - ລາວ
  ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບທ່ານ ເຈິ່ນເກີ໋ມຕູ໊  

ໂດຍໄດ້ຮັບຄຳເຊີນຂອງທ່ານ ຄຳພັນ ພົມມະທັດ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ປະຊາຊົນປະຕິວັດ ລາວ, ທ່ານ ເຈິ່ນເກີ໋ມຕູ໊, ເລຂາທິການສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງ ຫວຽດນາມ, ນຳໜ້າຄະນະຜູ້ແທນຂັ້ນສູງ ຄະນະກຳມະການກວດກາສູນກາງພັກ ກອມມູນິດ ຫວຽດນາມ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ -9  10 ພະຈິກ.

ຕອນບ່າຍວັນທີ 9 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະ. ນະທີ່ນີ້, ທ່ານ ເຈິ່ນເກີ໋ມຕູ໊ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງລາວຢ່າງຮອບດ້ານ; ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການພົວພັນ ຫວຽດນາມ  - ລາວ. ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ລາວ ຮັກສາ, ເພີ່ມພູນຄູນສ້າງ ແລະ ຖ່າຍທອດການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ຄົນລຸ້ນຫຼັງ. ໂດຍລາຍງານກ່ຽວກັບໝາກຜົນຂອງການເຈລະຈາກັບຄະນະກວດກາສູນກາງພັກປະຊາຊົນ ປະຕິວັດລາວ, ທ່ານ ເຈິ່ນເກີ໋ມຕູ໊ ຢັ້ງຢືນວ່າ: ອົງການກວດກາສູນກາງຂອງສອງພັກ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ; ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງອົງການກວດກາສູນກາງພັກຂອງສອງປະເທດ ແລະ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດຢ່າງມີປະສິດທິຜົນ.

  ການໂອ້ລົມສົນທະນາລະຫວ່າງສອງຝ່າຍ  

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສະເໜີໃຫ້ສອງອົງການກວດກາສູນກາງ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ພິເສດແມ່ນວຽກງານການກວດກາ, ຕິດຕາມ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງເພື່ອປະກອບສ່ວນປະຕິບັດມະຕິຂອງກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 9 ພະຈິກ, ທ່ານ ເຈິ່ນເກີ໋ມຕູ໊ ມີການພົບປະສົນທະນາກັບທ່ານ ຄຳພັນ ພົມມະທັດ, ປະທານອົງການກວດກາສູນກາງພັກ ປະຊາຊົນປະຕິວັດ ລາວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top