• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ພົບປະແລກປ່ຽນກິລາ ເພື່ອຍົກສູງນ້ຳໃຈສາມັກຄີ

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອຊຸກຍູ້ວຽກງານການທູດປະຊາຊົນ, ຮ່ວມມືດຳເນີນທຸລະກິດ ແລະ ລົງທຶນລະຫວ່າງປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ - ລາວ.
ນີ້ກໍ່ແມ່ນໂອກາດເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ພົບປະແລກປ່ຽນ, ເຊື່ອມຕໍ່ ແລະ ແບ່ງປັນບົດຮຽນ (ພາບ: TTXVN)

ຕອນເຊົ້າວັນທີ 15 ກຸມພາ, ຢູ່ສະໜາມກອບ ລອງແທັ່ງ, ນະຄອນຫຼວງ ວຽງຈັນ, ໄດ້ຈັດການແຂ່ງຂັນຕີກອບສາມັກຄີ ຫວຽດນາມ - ລາວ ປີ 2025, ຄວ້າຂັນ NAM A BANK CUP ຄັ້ງທີ 1. ເຂົ້າຮ່ວມເຫດການ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ກິແກ້ວ ໄຂຄຳພິທູນ.

   ກ່າວຄຳເຫັນທີ່ພິທີໄຂການແຂ່ງຂັນ, ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ, ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອຊຸກຍູ້ວຽກງານການທູດປະຊາຊົນ, ຮ່ວມມືດຳເນີນທຸລະກິດ ແລະ ລົງທຶນລະຫວ່າງປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ - ລາວ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາຜູ້ຫຼິ້ນກອບ, ນັກທຸລະກິດ ແລະ ຜູ້ເຂົ້າຮ່ວມໄດ້ພົບປະແລກປ່ຽນ, ເຊື່ອມຕໍ່ ແລະ ແບ່ງປັນບົດຮຽນ, ຜ່ານນັ້ນ, ເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ລາວ.

 

(ແຫຼ່ງຄັດຈາກ VOV)

Vingroup ລອດ​ເຂົ້າ top 5 ບໍ​ລິ​ສັດ​ມີ​ທຶນ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

Vingroup ລອດ​ເຂົ້າ top 5 ບໍ​ລິ​ສັດ​ມີ​ທຶນ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕາມ​ຂໍ້​ມູນ​ຈາກ Companies Market Cap ແລ້ວ, ຄູນ​ຄ່າ​ໃນ​ຕະຫຼາດຫຼັກ​ຊັບ​ຂອງ Vingroup ປັດ​ຈຸ​ບັນ​ຢືນ​​ອັນ​ດັບ​ທີ 4 ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຖັດ​ຈາກ DBS Group (Singapore), Delta Electronics (ໄທ) ແລະ OCBC (Singapore).

Top