• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ

ຢູ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ແລະ ທ່ານຮອງລັດຖະມົນຕີ ກົງທອງ ພົງວິຈິດ ໄດ້ລົງນາມບົດບັນທຶກຊ່ວຍຈຳຂອງກອງປະຊຸມການຮ່ວມມືປ້ອງກັນຄວາມສະຫງົບຫວຽດນາມ - ລາວຄັ້ງທີ XII.
  ກອງປະຊຸມການຮ່ວມມືດ້ານປ້ອງກັນຄວາມສະຫງົບ ຫວຽດນາມ - ລາວຄັ້ງທີ XII (ພາບ: TTXVN)  

 ວັນທີ 3 ມີນາ, ກອງປະຊຸມການຮ່ວມມືດ້ານປ້ອງກັນຄວາມສະຫງົບ ຫວຽດນາມ - ລາວຄັ້ງທີ XII ໄດ້ດຳເນີນຢູ່ນະຄອນຫຼວງວຽນຈັນ, ປະເທດລາວ. ຄະນະຜູ້ແທນ ກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນໂທ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດນຳໜ້າ. ຄະນະຜູ້ແທນກະຊວງຕຳຫຼວດລາວ ໂດຍທ່ານພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ເປັນຫົວໜ້າຄະນະ.

ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ກົງທອງ ພົງວິຈິດ ແລະ ທ່ານພົນໂທ ເລືອງຕາມກວາງ, ກອງປະຊຸມຕີລາຄາວ່າ ເຖິງວ່າປະສົບກັບຄວາມຫຍຸ້ງຍາກຈາກຜົນສະທ້ອນຂອງໄພທຳມະຊາດ, ໂລກລະບາດເປັນຕົ້ນແມ່ນພະຍາດໂຄວິດ - 19 ກໍ່ຕາມ ແຕ່ໃນໄລຍະຜ່ານມາ, ກຳລັງປ້ອງກັນຄວາມສະຫງົບສອງປະເທດ ໄດ້ເປັນເຈົ້າການຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳກອງປະຊຸມຮ່ວມມືການປ້ອງກັນຄວາມສະຫງົບ ຫວຽດນາມ - ລາວຄັ້ງທີ XI ໃນເດືອນພະຈິກ ປິ 2020 ຢູ່ແຂວງເງະອານ, ຫວຽດນາມ ຢ່າງມີປະສິດທິຜົນ, ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນວຽກງານຮັບປະກັນຄວາມສະຫງົບແຫ່ງຊາດຂອງແຕ່ລະປະເທດ.

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງກຳລັງປ້ອງກັນຄວາມສະຫງົບ ສອງປະເທດໃຫ້ມີປະສິດທິຜົນ, ເປັນຕົ້ນແມ່ນລະຫວ່າງໜ່ວຍງານວິຊາການ ແລະ ຕຳຫຼວດທ້ອງຖິ່ນຕິດກັບຊາຍແດນ, ພິເສດຖືເປັນສຳຄັນກົນໄກແລກປ່ຽນຂໍ້ມູນດ້ານວິຊາການປະຈຳໄລຍະ ແລະ ຜ່ານໂທລະສັບສາຍດ່ວນເພື່ອມີມາດຕະການປ້ອງກັນ, ຕ້ານ, ຕໍ່ສູ້, ແກ້ໄຂຢ່າງທັນການ ແລະ ເປັນເສນາທິການຊ່ວຍການນຳສອງກະຊວງກ່ຽວກັບແຜນນະໂຍບາຍ, ມາດຕະການຮັບປະກັນຄວາມສະຫງົບແຫ່ງຊາດໃນສະພາບການໃໝ່ ແລະ ສະພາບປົກກະຕິໃໝ່ຍ້ອນຜົນສະທົບຈາກໂລກລະບາດໂຄວິດ - 19, ແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນໃນການປ້ອງກັນ, ຕ້ານຜົນກະທົບຈາກໄພນາບຂູ່ຕໍ່ຄວາມໝັ້ນຄົງແບບເກົ່າ, ທີ່ສົ່ງຜົນສະທ້ອນຕໍ່ການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະ ກະຊວງຕຳຫຼວດສອງປະເທດ ເວົ້າສະເພາະ.

ຢູ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ແລະ ທ່ານຮອງລັດຖະມົນຕີ ກົງທອງ ພົງວິຈິດ ໄດ້ລົງນາມບົດບັນທຶກຊ່ວຍຈຳຂອງກອງປະຊຸມການຮ່ວມມືປ້ອງກັນຄວາມສະຫງົບຫວຽດນາມ - ລາວຄັ້ງທີ XII.


 

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top