• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢັ້ງຢືນຄືນໃໝ່່ຄໍາໝັ້ນສັນຍາສໍາລັບລັດທິຫຼາຍຝ່າຍ ແລະ ບັນດາຄຸນຄ່າມະນຸດສະທໍາຫຼັກແຫຼ່ງຂອງກົດໝາຍວ່າດ້ວຍມະນຸດສະທໍາສາກົນ

ວັນທີ 23 ກັນຍາ,  ຈີນ, ອາຟະລິກາໃຕ້, ສະວິດ ແລະ ຄະນະກໍາມະການກາແດງສາກົນ ໄດ້ສົມທົບກັນຈັດຕັ້ງເຫດການ “ສະເຫຼີມສະຫຼອງວັນຮັບຮອງເອົາສົນທິສັນຍາ ເຊີແນວ ຄົບຮອບ 70 ປີ ດ້ວຍຫົວຂໍ້: ລົງທຶນສ້າງຄຸນຄ່່າມະນຸດສະທໍາຜ່ານລັດທິຫຼາຍຝ່າຍ”. ເຫດການດັ່ງກ່າວ ຖືກດໍາເນີນ ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 74 ຢູ່ ນິວຢອກ, ປະເທດ ອາເມລິກາ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາ ສປຊ (ພາບ: TTXVN) 

ທີ່ເຫດການ, ບັນດາຜູ້ແທນໄດ້ຢັ້ງຢືນວ່າ ສົນທິສັນຍາ ເຊີແນວສະບັບຕ່າງໆ ແມ່ນເອກະສານຫຼັກແຫຼ່ງແກ່ນສານຂອງກົດໝາຍວ່າດ້ວຍມະນຸດສະທໍາສາກົນ, ມີລັກສະນະພາກບັງຄັບທົ່ວໂລກ, ເປັນສັນຍາລັກໃຫ້ແກ່ລັກສະນະມະນຸດສະທໍາ ແມ່ນຄຸນຄ່າອັນຫຼັກແຫຼ່ງແກ່ນສານຂອງ ສປຊ. ບັນດາຜູ້ແທນກໍເນັ້ນໜັກເຖິງບັນດາບັນຫາທົ່ວໂລກ, ໃນນັ້ນ ມີບັນດາບັນຫາມະນຸດສະທໍາ ເຊິ່ງໄດ້ຮັບການແກ້ໄຂພຽງແຕ່ຜ່ານລັດທິຫຼາຍຝ່າຍ, ລັດທິຫຼາຍຝ່າຍ ບໍ່ແມ່ນການເລືອກເຟັ້ນ ຫາກແມ່ນການຮຽກຮ້ອງອັນດັບ 1 ທີ່ມີລັກສະນະຕັດສິນຊີ້ຂາດ ເພື່ອແນໃສ່ຊຸກຍູ້ຄຸນຄ່າຂອງມະນຸດສະທໍາ.

        ກ່າວຄໍາເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາ ສປຊ ໄດ້ແບ່ງປັນວ່າ ຜົນຕາມມາຂອງບັນດາສິ່ງທ້າທາຍທົ່ວໂລກໃນປັດຈຸບັນ ມີລັກສະນະເປັນຕາຍສໍາລັບການຄົງຕົວຂອງມວນມະນຸດ. ໃນສະພາບການນັ້ນ, ບັນດາປະເທດຄວນຮັກສາຄໍາໝັ້ນສັນຍາສູງສຸດ ສໍາລັບລັດທິຫຼາຍຝ່າຍ ແລະ ລະບົບສາກົນໂດຍອີງໃສ່ກົດບັດ ສປຊ ແລະ ກົດໝາຍສາກົນ; ຫັນບັນດາຄໍາໝັ້ນສັນຍາທາງການເມືອງ ເປັນການກະທໍາລະອຽດ.  ທ່ານກໍຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຂອງຫວຽດນາມສໍາລັບລັດທິຫຼາຍຝ່າຍ ແລະ ບັນດາຄຸນຄ່າມະນຸດສະທໍາທີ່ເປັນແກ່ນສານຂອງ ກົດໝາຍວ່າດ້ວຍມະນຸດສະທໍາສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top