• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢັ້ງຢັນຄວາມຮັບຜິດຊອບໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ກອງປະຊຸມຄັ້ງນີ້ ສືບຕໍ່ຢັ້ງຢືນການປະກອບສ່ວນໂດຍມີຄວາມຮັບຜິດຊອບຂອງຫວຽດນາມ ໃນການຊຸກຍູ້ການພັດທະນາແບບຍືນຍົງ, ການເຕີບໂຕຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ. (ພາບ: TTXVN)

ໂດຍຮັບຄຳເຊີນຂອງທ່ານປະທານາທິບໍດີສ.ເກົາຫຼີ Moon Jae In, ວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືກ່ຽວກັບການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 2 ເຊິ່ງດຳເນີນຕາມຮູບການທາງອອນລາຍ. ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ກອງປະຊຸມຄັ້ງນີ້ ສືບຕໍ່ຢັ້ງຢືນການປະກອບສ່ວນໂດຍມີຄວາມຮັບຜິດຊອບຂອງຫວຽດນາມ ໃນການຊຸກຍູ້ການພັດທະນາແບບຍືນຍົງ, ການເຕີບໂຕຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພ້ອມກັນນັ້ນກໍ່ຊຸກຍູ້ການຮ່ວມມືສາກົນໃນບັນດາບັນຫາບຸລິມະສິດຂອງຫວຽດນາມ.

ເວທີປາໄສສຸດຍອດເພື່ອການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ໄດ້ຮັບການສ້າງຕັ້ງເມື່ອປີ 2017 ບົນພື້ນຖານຂໍ້ລິເລີ່ມຂອງລັດຖະບານ ແດນມາກ, ເຊິ່ງກ່ອນນີ້ແມ່ນເວທີປາໄສເຕີບໂຕຂຽວທົ່ວໂລກ (3GF). ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ ໃນສະພາບທີ່ການປ່ຽນແປງຂອງດິນຟ້າອາກາດ ແລະ ການເຕີບໂຕຂຽວພວມແມ່ນບຸລິມະສິດແຖວໜ້າຂອງບັນດາປະເທດ.

P4G ເພີ່ມທະວີການກະທຳເພື່ອດິນຟ້າອາກາດ

ພ້ອມກັບກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍທ່ານປະທານາທິບໍດີອາເມລິກາ Joe Biden ເປັນເຈົ້າພາບຈັດຂຶ້ນເມື່ອວັນທີ 22 ເມສາ ຜ່ານມາ, ກອງປະຊຸມສຸດຍອດ P4G ປີ 2021 ໄດ້ສ້າງກຳລັງໜູນສຳຄັນ, ຊຸກຍູ້ຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາສາກົນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດທົ່ວໂລກກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26) ເຊິ່ງຈະຂັດຂຶ້ນໃນເດືອນ ພະຈິກ ຈະມາເຖິງນີ້.

ສ.ເກົາຫຼີ ຖືເປັນສຳຄັນ ແລະ ວາງບຸລິມະສິດສູງໃຫ້ແກ່ກອງປະຊຸມສຸດຍອດ P4G ປີ 2021 ເພື່ອແນໃສ່ເສີມຂະຫຍາຍບົດບາດໃນການຊຸກຍູ້ການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກທີ່ຮ້າຍແຮງ, ຊຸກຍູ້ການຮ່ວມມືກັບບັນດາປະເທດພັດທະນາ ແລະ ບັນດາປະເທດພວມພັດທະນາໃນການເຂົ້າຮ່ວມການກະທຳເພື່ອດິນຟ້າອາກາດ ຜ່ານການຍູ້ແຮງການຮ່ວມມືພາກລັດ-ເອກະຊົນ ໃນການເຕີບໂຕຂຽວ.

ດ້ວຍຫົວຂໍ້ “ການຟື້ນຟູຂຽວກວມລວມ ມຸ່ງໄປເຖິງເປົ້າໝາຍແກ້ໄຂບັນຫາກາກບອນ”, ທີ່ວາລະປະຊຸມສຸດຍອດ, ການນຳບັນດາປະເທດສຸມໃສ່ແລກປ່ຽນ 3 ບຸລິມະສິດລວມມີ: ການຟື້ນຟູຂຽວຈາກໂລກລະບາດໂຄວິດ-19, ຄວາມມານະພະຍາຍາມຂອງປະຊາຄົມສາກົນເພື່ອບັນລຸໄດ້ເປົ້າໝາຍແກ້ໄຂບັນຫາກາກບອນຮອດປີ 2050, ເພີ່ມທະວີການກະທຳເພື່ອດິນຟ້າອາກາດ ແລະ ສ້າງຄວາມສະດວກໃຫ້ພາກລັດ-ເອກະຊົນ. ພ້ອມກັນນັ້ນແມ່ນສຸມໃສ່ເຂົ້າໃນບັນດາເນື້ອໃນສຳຄັນຄື: ເປົ້າໝາຍແກ້ໄຂບັນຫາກາກບອນ, ຍຸດທະສາດຂຽວໃໝ່, ທັນຍາຫານ ແລະ ກະສິກຳ, ນ້ຳສະອາດ, ພະລັງງານສະອາດ, ຕົວເມືອງອັດສະລິຍະ, ເສດຖະກິດໝູນວຽນ, ເຊື່ອມຕໍ່ດຳເນີນທຸລະກິດ.

ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ພວມແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງຫຼາຍປະເທດ. (ພາບປະກອບ: TTXVN)

ຫວຽດນາມ - ປະເທດກໍ່ຕັ້ງດ້ວຍບັນດາການປະກອບສ່ວນຢ່າງຕັ້ງໜ້າ

ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສ P4G ແຕ່ໄລຍະທຳອິດ, ເຊິ່ງແມ່ນໜຶ່ງໃນຈຳນວນ 7 ປະເທດທີ່ຮ່ວມກໍ່ຕັ້ງນັບແຕ່ເດືອນ ກໍລະກົດ 2017. ເດືອນ ກັນຍາ 2017 ຫວຽດນາມ ເຂົ້າຮ່ວມພິທີປະກາດ “ເວທີປາໄສ P4G” ຢູ່ນິວຢອກ, ດ້ວຍຖານະຕຳແໜ່ງຄູ່ຮ່ວມມືທາງການ. ເດືອນ ກໍລະກົດ 2018, ຫວຽດນາມ ປະກາດສ້າງຕັ້ງເວທີປາໄສແຫ່ງຊາດ P4G ໂດຍກະຊວງແຜນການ ແລະ ການລົງທຶນ ແລະ ສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງ ເປັນປະທານຮ່ວມ.

ເດືອນ ຕຸລາ 2018, ທີ່ກອງປະຊຸມສຸດຍອດ P4G ຄັ້ງທີ 1, ເຊິ່ງດຳເນີນຢູ່ ແດນມາກ ດ້ວຍຫົວຂໍ້ “ການນຳທົ່ວໂລກເພື່ອອະນາຄົດທີ່ໝັ້ນຄົງ”, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມດ້ວຍຖານະແມ່ນໜຶ່ງໃນຈຳນວນ 7 ປະເທດຮ່ວມກໍ່ຕັ້ງ P4G.

ພ້ອມກັບການເຂົ້າຮ່ວມເວທີປາໄສ P4G, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຟື້ນຟູຂຽວ. ວັນທີ 25 ມີນາ 2021, ທ່ານນາຍົກລັດຖະມົນຕີໄດ້ອອກຂໍ້ຕົກລົງອະນຸມັດຜ່ານແຜນການ “ພັດທະນາບັນດາຕົວເມືອງຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄລຍະ 2021-2030”.

ໃນສະພາບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ພວມແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງຫຼາຍປະເທດ, ການເຂົ້າຮ່ວມຂອງຫວຽດນາມ ທີ່ເວທີປາໄສ P4G ເວົ້າລວມ ແລະ ກອງປະຊຸມຍຸດສອດ P4G ຄັ້ງທີ 2 ເວົ້າສະເພາະ, ສືບຕໍ່ເປັນການຢັ້ງຢືນການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ ໃນການຊຸກຍູ້ການພັດທະນາແບບຍືນຍົງ, ການເຕີບໂຕຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ພ້ອມກັນນັ້ນກໍ່ຊຸກຍູ້ການຮ່ວມມືສາກົນໃນບັນດາບັນຫາບຸລິມະສິດຂອງຫວຽດນາມ. ພ້ອມກັນນັ້ນ, ບັນດາການກຳນົດທິດຂອງນາຍົກລັດຖະມົນຕີ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫວຽດນາມ ທີ່ກອງປະຊຸມຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເກົາຫຼີ ໃຫ້ນັບມື້ນັບມີປະສິດທິຜົນ ແລະ ແທດຈິງກວ່າອີກ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top