• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີສວນສາທາລະນະທໍລະນີສາດໂລກແຫ່ງທີສອງ

      ປະກາດສະຖານທີ່ໄຊຊະນະເຂດຊາຍແດນ 1950 ເມືອງ ແທັກອານເປັນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ເຫດການ
      ຕອນຄ່ຳວັນທີ 24 ພະຈິກ, ຢູ່ນະຄອນ ກາວບັ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີມອບຮັບນາມມະຍົດສວນສາທາລະນະທໍລະນີສາດໂລກ UNESCO ເຂດພູພຽງ ກາວບັ່ງ (ນອນເນືອກ ກາວບັ່ງ); ປະກາດສະຖານທີ່ໄຊຊະນະເຂດຊາຍແດນ 1950 ເມືອງ ແທັກອານເປັນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ.
        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ: ພວກເຮົາມີຄວາມເອກອ້າງທະນົງໃຈຕໍ່ການຕີລາຄາສູງຂອງປະຊາຄົມໂລກ ສຳລັບບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ແລະ ພົ້ນເດັ່ນ ກ່ຽວກັບທໍລະນີສາດ, ຊີວະນາໆພັນ, ມໍລະດົກວັດທະນະທຳ, ປະຫວັດສາດ, ທິວທັດທຳມະຊາດຂອງເຂດ ນອນເນືອກ ກາວບັ່ງ, ເຊິ່ງແມ່ນບ່ອນທີ່ໄດ້ຮັກສາບັນດາຮ່ອງຮອຍໃນການປ່ຽນແປງຂອງໜ່ວຍໂລກໃນຕະຫຼອດ 500 ລ້ານປີຜ່ານມາ:
        ບັນດານາມມະຍົດນີ້ ໄດ້, ພວມ ແລະ ຈະປະກອບສ່ວນຍົກສູງພາບພົດຂອງປະເທດຊາດ, ປະຊາຊົນ ແລະ ວັດທະນະທຳຂອງ ຫວຽດນາມ ໃນສາຍຕາເພື່ອນມິດສາກົນ. ພວກເຮົາຍິ່ງມີຄວາມສະເທືອນໃຈກ່ວາ, ເມື່ອສວນສາທາລະນະທໍລະນີສາດໂລກ ນອນເນືອກ ກາວບັ່ງ ໄດ້ຮັບຖືວ່າແມ່ນ ອູ່ຂອງການປະຕິວັດ ຫວຽດນາມ, ແມ່ນບ່ອນລິເລີ່ມພາລະກິດແຫ່ງການຕໍ່ຕ້ານຂອງປະຊາຊົນເຮົາຕ້ານຄືນບັນດາກຳລັງຮຸກຮານ ແລະ ພວກປະຕິການ, ຍາດເອົາເອກະລາດໃຫ້ແກ່ປະຊາຊົນ ແລະ ຄວາມເສລີພາບຕໍ່ປະເທດຊາດ.

UNESCO ຮັບຮອງ ນອນເນືອກ ກາວບັ່ງ ແມ່ນສວນສາທາລະນະທໍລະນີສາດ
      ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ລາຍການທ່ອງທ່ຽວຜ່ານບັນດາເຂດມໍລະດົກ ຫວຽດບັກ ໄດ້ຜັດປ່ຽນກັນຈັດຕັ້ງຢູ່ກາວບັ່ງ ໃນປີນີ້ ແມ່ນກາລະໂອກາດອັນໃຫຍ່ຫຼວງເພື່ອຍູ້ແຮງການພັດທະນາບັນດາຮູບແບບການທ່ອງທ່ຽວ, ຂຸດຄົ້ນ ແລະ ແຜ່ຂະຫຍາຍບັນດາຄຸນຄ່າມໍລະດົກຂອງເຂດນີ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top