
ກ່ອນໜ້ານັ້ນ, ກະຊວງສາທາລະນະສຸກກໍ່ໄດ້ປະກາດມີຜູ້ຕິດເຊື້ອ Covid-19 ຕື່ມອີກ 3 ຄົນ, ແມ່ນຜູ້ຕິດເຊື້ອຄົນທີ 58, 59 ແລະ 60. ຜູ້ຕິດເຊື້ອຄົນທີ 58 ເປັນເພດຍິງ, ອາຍຸ 26 ປີ, ຢູ່ ຮ່າໂນ້ຍ, ເປັນນັກສຶກສາຮຽນຢູ່ປະເທດ ຝຣັ່ງ, ໄດ້ເຂົ້າເມືອງຜ່ານສະໜາມບິນສາກົນ ໂນ້ຍບາຍ ໃນວັນທີ 15 ມີນາ. ຜູ້ຕິດເຊື້ອຄົນທີ 59 ເປັນເພດຍິງ, ອາຍຸ 30 ປີ, ຢູ່ ຮ່າໂນ້ຍ ແລະ ຜູ້ຕິດເຊື້ອຄົນທີ 60 ເປັນເພດຊາຍ, ຖືສັນຊາດ ຝຣັ່ງ. ປັດຈຸບັນ, ທັງ 3 ຄົນດັ່ງກ່າວ ລ້ວນແຕ່ມີອາການສຸຂະພາບເປັນປົກກະຕິ ແລະ ພວມໄດ້ຮັບການຕິດຕາມປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງສາຂາທີ 2.
(ແຫຼ່ງຄັດຈາກ VOV)