• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມານະພະຍາຍາມພ້ອມກັບສາກົນຊຸກຍູ້ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ

ສັບປະດາແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ປຶກສາຫາລືບັນດາວຽກງານທີ່ຕ້ອງຜັນຂະຫຍາຍໃນອະນາຄົດຂອງປະຊາຄົມສາກົນ.
  ຫວຽດນາມ ຖືກຮັບລະເບີດນັບຮ້ອຍລ້ານໂຕນ, ກວ່າ 4 ລ້ານຄົນເສຍຊີວິດ, 60.000 ຄົນຮັບບາດເຈັບ (ພາບປະກອບ: TTXVN)  

 ສັບປະດາແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ໂດຍອົງການປະຕິບັດງານລະເບີດຝັງດິນ ສະຫະປະຊາຊາດເປັນປະທານ ຫາກໍ່ຈັດຂຶ້ນໃນອາທິດຜ່ານມາ ດ້ວຍຫົວຂໍ້ “ໜ້າດິນປອດໄພ, ບາດຍ່າງປອດໄພ, ຄອບຄົວປອດໄພ”. ໂດຍແມ່ນປະເທດສະມາຊິກ ແລະ ເຄີຍຖືກຮັບຜົນສະທ້ອນຈາກລູກລະເບີດຈາກສົງຄາມ, ຫວຽດນາມ ໄດ້ຕັ້ງໜ້າແບ່ງປັນບົດຮຽນ, ເຂົ້າຮ່ວມບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນກ່ຽວກັບບັນຫານີ້.

ປີ 2005, ສະຫະປະຊາຊາດໄດ້ເລືອກເອົາວັນທີ 04 ເມສາ ເປັນວັນສາກົນໂຄສະນາເພື່ອຕ້ານລະເບີດບໍ່ທັນແຕກ ແລະ ໜູນຊ່ວຍການປະຕິບັດງານລະເບີດຝັງດິນ. ສັບປະດາແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ປຶກສາຫາລືບັນດາວຽກງານທີ່ຕ້ອງຜັນຂະຫຍາຍໃນອະນາຄົດຂອງປະຊາຄົມສາກົນ.

ຫຼາຍໂຄງການມາດຕະການລະອຽດ

ຢູ່ ຫວຽດນາມ, ເຖິງວ່າສົງຄາມໄດ້ສິ້ນສຸດລົງກ່ອນນີ້ຫຼາຍປີແລ້ວກໍ່ຕາມ ແຕ່ລູກລະເບີດບໍ່ທັນແຕກຍັງກໍ່ໃຫ້ເກີດຄວາມເຈັບປວດ, ຜົນເສຍຫາຍໃຫຍ່ຫຼວງຫຼາຍຢ່າງມາຮອດວັນນີ້. ຫວຽດນາມ ຖືກຮັບລະເບີດນັບຮ້ອຍລ້ານໂຕນ, ກວ່າ 4 ລ້ານຄົນເສຍຊີວິດ, 60.000 ຄົນຮັບບາດເຈັບ ແລະ ກວ່າ 18% ເນື້ອທີ່ດິນຖືກມົນລະຜິດລູກລະເບີດ ແລະ ວັດຖຸລະເບີດ. ຍ້ອນເຫດນັ້ນ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກພາຍຫຼັງສົງຄາມແມ່ນໜຶ່ງໃນບັນດາໜ້າທີ່ເຊິ່ງ ຫວຽດນາມ ໃຫ້ບຸລິມະສິດປະຕິບັດ.

ໃນຫຼາຍປີຜ່ານມາ, ລັດຖະບານ, ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ໄດ້ວາງອອກບັນດາລາຍການ, ມາດຕະການລະອຽດ ເພື່ອທຳລາຍລະເບີດບໍ່ທັນແຕກພາຍຫຼັງສົງຄາມ, ໜູນຊ່ວຍຜູ້ປະສົບເຄາະຮ້າຍ. ຍາມໃດ ຫວຽດນາມ ກໍ່ຕັ້ງໜ້າແບ່ງປັນບົດຮຽນ ກໍຄືຜົນງານທີ່ບັນລຸໄດ້ໃນການທຳລາຍລະເບີດບໍ່ທັນແຕກພາຍຫຼັງສົງຄາມກັບປະຊາຄົມສາກົນ. ທ່ານ ຫງວຽນແຫ້ງຟຸກ, ຮອງຜູ້ອຳນວຍການໃຫຍ່ສູນປະຕິບັດງານລະເບີດຝັງດິນແຫ່ງຊາດ ຫວຽດນາມ, ຢືນຢັນວ່າ:

ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດພວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງເປັນເພື່ອນ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກຕັ້ງໜ້າ ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ. ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນຄວາມມານະພະຍາຍາມຂອງທົ່ວໂລກ ເພື່ອແນໃສ່ສະກັດກັ້ນສົງຄາມ, ປັດເຂ່ຍລູກລະເບີດ, ວັດຖຸລະເບີດ ເພື່ອໃຫ້ບັນດາຊາດໃນໂລກ ບໍ່ຕ້ອງຮັບຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງ, ເຈັບປວດຈາກສົງຄາມ ຄືດັ່ງໄດ້ເກີດຂຶ້ນຢູ່ ຫວຽດນາມ ໃນສະຕະວັດທີ 20”.

ເພີ່ມທະວີການຮ່ວມມືສາກົນ, ເພື່ອໂລກປອດໄພກວ່າ

ຫວຽດນາມ ໄດ້ເຂົ້າຮ່ວມບັນດາກົນໄກຮ່ວມມືສາກົນໃນຂົງເຂດລູກລະເບີດຄື: ສົນທິສັນຍາເກືອດຫ້າມ ຫຼື ຈຳກັດການນຳໃຊ້ອາວຸດທຳມະດາບາງປະເພດທີ່ສາມາດກໍ່ໃຫ້ເກີດບາດເຈັບ ຫຼື ສົ່ງຜົນສະທ້ອນອື່ນໆ; ຂົນຂວາຍການອຸປະຖຳບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ບໍ່ຂຶ້ນກັບລັດຖະບານ ຮັບໃຊ້ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຢູ່ ຫວຽດນາມ...

ສິ່ງທີ່ໜ້າສົນໃຈ, ເດືອນ ເມສາ 2021, ເມື່ອດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ກໍ່ຍົກອອກຫົວຂໍ້ດັ່ງກ່າວເຂົ້າໃນວາລະປຶກສາຫາລືຕົ້ນຕໍຂອງເດືອນ, ເຊິ່ງໄດ້ຮັບການສະໜັບສະນູນ ແລະ ຕີລາຄາສູງຈາກປະຊາຄົມສາກົນ.

  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ທີ່ກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດໂຄງການກະທຳລະດັບຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກພາຍຫຼັງສົງຄາມຢູ່ ຫວຽດນາມ (ພາບ: qdnd.vn)  

 ເພື່ອສືບຕໍ່ປະຕິບັດບັນດາການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເວົ້າລວມ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດເວົ້າສະເພາະຢູ່ ຫວຽດນາມ, ທີ່ກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດໂຄງການກະທຳລະດັບຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກພາຍຫຼັງສົງຄາມຢູ່ ຫວຽດນາມ ເຊິ່ງດຳເນີນຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເນັ້ນໜັກຄວາມຕັດສິນໃຈດັ່ງກ່າວ.

ຫວຽດນາມ ຈະສືບຕໍ່ຕັ້ງໜ້າ, ເປັນເຈົ້າການໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກພາຍຫຼັງສົງຄາມ. ຫວຽດນາມ ສະເໜີໃຫ້ລັດຖະບານບັນດາປະເທດ, ອົງການຈັດຕັ້ງສາກົນ, ນັກອຸປະຖຳສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ, ນຳ ຫວຽດນາມ ໃຫ້ຫຼຸດພົ້ນອອກຈາກຜົນກະທົບຂອງລູກລະເບີດຍ້ອນສົງຄາມປະໄວ້. ພວກເຮົາຈົ່ງພ້ອມກັນສ້າງຄວາມໄວ້ເນື້ອເຊື່ອໃຈ, ຮ່ວມແຮງຮ່ວມໃຈຮັກສາສັນຕິພາບ, ເພີ່ມທະວີການພົວພັນມິດຕະພາບ, ຮ່ວມມືເພື່ອພ້ອມກັນພັດທະນາ, ນຳມາເຊິ່ງຄວາມປອດໄພ, ຄວາມຜາສຸກໃຫ້ແກ່ປະຊາຊົນໝົດທຸກຄົນ”.

ເຂົ້າຮ່ວມສັບປະດາແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກພາຍຫຼັງສົງຄາມຂອງສະຫະປະຊາຊາດ, ອີກຄັ້ງໜຶ່ງ ຫວຽດນາມ ໄດ້ສົ່ງສານທີ່ວ່າ: ຫວຽດນາມ ມານະພະຍາຍາມມີການກະທຳເພື່ອສະກັດກັ້ນສົງຄາມ, ການປະທະກັນປະກອບອາວຸດ ເພື່ອໃຫ້ບັນດາຊາດໃນໂລກບໍ່ຖືກຜົນຮ້າຍ, ຄວາມເຈັບປວດຍ້ອນສົງຄາມ ແລະ ການປະທະກັນກໍ່ຂຶ້ນ, ເພື່ອໂລກທີ່ປອດໄພ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top