• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພ້ອມແລ້ວທີ່ຈະສວມບົດບາດເປັນຂົວເຊື່ອມຕໍ່ການຮ່ວມມືລະຫວ່າງບັນດາຄູ່ຮ່ວມມືພັດທະນາ ແລະ ບັນດາປະເທດ LDC

ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ແບ່ງປັນບົດຮຽນຂອງ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມຢ່າງໄວ ແລະ ຍືນຍົງ.
  ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ກະຊວງການຕ່າງປະເທດ)  

ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາປະເທດດ້ອຍພັດທະນາທີ່ສຸດ (LDC) ແຕ່ວັນທີ 05-08 ມີນາ, ຢູ່ນະຄອນຫຼວງ Doha, ປະເທດ ກາຕາ. ກອງປະຊຸມຄັ້ງນີ້ມີຫົວຂໍ້ “ຈາກຄວາມສາມາດບົມຊ້ອນ ຕະຫຼອດຮອດຄວາມວັດທະນາຖາວອນ”, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 5.000 ທ່ານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ແບ່ງປັນບົດຮຽນຂອງ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມຢ່າງໄວ ແລະ ຍືນຍົງ; ທ່ານນາງຢືນຢັນວ່າ ຫວຽດນາມ ພ້ອມແລ້ວຈະສວມບົດບາດເປັນຂົວເຊື່ອມຕໍ່ການຮ່ວມມືລະຫວ່າງບັນດາຄູ່ຮ່ວມມືພັດທະນາ ແລະ ບັນດາປະເທດ LDC, ໂດຍສະເພາະແມ່ນຜ່ານການຮ່ວມມື ໃຕ້ - ໃຕ້ ແລະ 3 ຝ່າຍ. ທ່ານນາງກໍ່ໄດ້ຍົກອອກບາງຂໍ້ສະເໜີວ່າ: ບັນດາປະເທດຄວນຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ບົນພື້ນຖານແທດເໝາະກັບທ່າແຮງ ແລະ ຈຸດພິເສດສະເພາະຂອງແຕ່ລະປະເທດ LDC. ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດພັດທະນາຖ່າຍທອດເຕັກໂນໂລຊີ, ຍົກສູງກຳລັງຄວາມສາມາດ, ໜູນຊ່ວຍດ້ານການເງິນໃຫ້ LDC ໃນວິວັດການຫັນເປັນສີຂຽວ ແລະ ຫຼຸດຜ່ອນການປ່ອຍອາຍພິດດີໂອຊິນກາກບອນ. ຄວນເຊີດຊູບົດບາດຂອງສັນຕິພາບ, ການຮ່ວມມືສາກົນ ແລະ ການພົວພັນຄູ່ຮ່ວມມືໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.

ແລະກໍ່ເນື່ອງໃນໂອກາດນີ້, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ໄດ້ພົບປະ, ເຮັດວຽກກັບຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການຂອງ ກາຕາ. ທີ່ບັນດາການພົບປະ ແລະ ເຮັດວຽກເຫຼົ່ານັ້ນ, 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການລະອຽດ ເພື່ອຍົກສູງປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງໃຫ້ດີກວ່າເກົ່າ. ຝ່າຍ ກາຕາ ຢືນຢັນການສະໜັບສະໜູນ ຫວຽດນາມ ໃນການເພີ່ມທະວີການຮ່ວມມືກັບສະພາຮ່ວມມືເຂດອ່າວເປີເຊຍ (GCC); ໃນຂະນະນັ້ນ, ຫວຽດນາມ ພ້ອມແລ້ວຈະເປັນຂົວເຊື່ອມຕໍ່ໃຫ້ແກ່ ກາຕາ ໃນການຮ່ວມມືກັບ ອາຊຽນ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top