• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພ້ອມກັບປະຊາຄົມສາກົນ ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຕອນບ່າຍວັນທີ 14 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Alok Kumar Sharma, ລັດຖະມົນຕີ ລັດຖະບານ ອັງກິດ, ປະທານກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແນໃສ່ຊຸກຍູ້ການຜັນຂະຫຍາຍໝາກຜົນຂອງກອງປະຊຸມດັ່ງກ່າວ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ກຳນົດວ່າ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນໜຶ່ງໃນບັນດາໜ້າທີ່ທີ່ຍາກ ແຕ່ແມ່ນໜ້າທີ່ຈຸດສຸມ ແລະ ຮີບດ່ວນ. ຫວຽດນາມ ຈະພ້ອມກັບປະຊາຄົມສາກົນ ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມການຫຼຸດຜ່ອນອາຍພິດເຮືອນແກ້ວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຖືນີ້ແມ່ນໂອກາດເພື່ອຫັນປ່ຽນຮູບແບບການພັດທະນາໄປຕາມທິດຂຽວ, ໝູນວຽນ ແລະ ມີທາດກາກບອນ ຕ່ຳ.

ການຕ້ອນຮັບ (ພາບ: TTXVN)

ສ່ວນທ່ານ ລັດຖະມົນຕີ, ປະທານ COP26 Alok Kumar Sharma ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຕັ້ງໜ້າຮ່ວມມື, ແບ່ງປັນປະສົບການໃຫ້ ຫວຽດນາມ ເພື່ອໜູນຊ່ວຍການຜັນຂະຫຍາຍບັນດາຄຳໝັນສັນຍາ; ພ້ອມທັງໃຫ້ຮູ້ວ່າ ລາຊະອານາຈັກ ອັງກິດ ຈະພະຍາຍາມໜູນຊ່ວຍ ຫວຽດນາມ ສຳຜັດ ແລະ ລະດົມແຫຼ່ງການເງິນທີ່ຈຳເປັນ ໃນຂະບວນການນີ້.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top