• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຝລັ່ງ ພ້ອມກັນມຸ່ງໄປເຖິງການການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ

ເມື່ອເນັ້ນໜັກເຖິງສານຂອງລັດຖະບານ ຝລັ່ງ ແມ່ນສ້າງການພົວພັນອະນາຄົດໃໝ່ກັບ ຫວຽດນາມ, ທ່ານນາງ Patricia Miralles ຖືວ່າ: ຄວາມຊົງຈຳລວມແມ່ນພື້ນຖານເພື່ອໃຫ້ລຸ້ນໜຸ່ມສອງປະເທດພ້ອມກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກພວມນັບມື້ນັບຮີບດ່ວນສຳລັບທຸກໆປະເທດ.
  ບັນດາຜູ້ແທນເຂົ້າຮ່ວມເຫດການ (ພາບ: TTXVN)  

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954  7/5/2024), ເປັນຄັ້ງທຳອິດ ເຈົ້າໜ້າທີ່ຂັ້ນສູງສອງທ່ານຂອງກອງທັບ ຝລັ່ງ, ນັ້ນແມ່ນທ່ານ Sebastien Lecornu, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານນາງ Patricia Miralles, ລັດຖະມົນຕີກິດຈະການການຕ່າງປະເທດຮັບຜິດຊອບບັນຫາອະດິດນັກຮົບ ແລະ ຄວາມຊົງຈຳ ເຂົ້າຮ່ວມພິທີສະເຫຼີມສະຫຼອງຢູ່ນະຄອນ ດ້ຽນບຽນຝູ.

ຕາມທ່ານນາງລັດຖະມົນຕີ Patricia Miralles ແລ້ວ, ເຫດການນີ້ແມ່ນສານຢ່າງແຮງກ່ຽວກັບການເຕີບໃຫຍ່ຂອງການພົວພັນ ຫວຽດນາມ - ຝລັ່ງ, ເມື່ອສອງປະເທດອາດສາມາດພ້ອມກັນຫວນຄືນອະດິດຕະການ:

“ພວກເຮົາຮ່ວມມື, ພ້ອມກັນເຮັດວຽກໃນຄວາມຊົງຈຳລວມຂອງສອງປະເທດ. ຄວາມຊົງຈຳນັ້ນກໍ່ແມ່ນພາລະໜ້າທີ່ຂອງພວກເຮົາຕໍ່ອະນາຄົດ, ແມ່ນພາລະໜ້າທີ່ສຳລັບລຸ້ນໜຸ່ມ ຫວຽດນາມ ແລະ ຝລັ່ງ”.

ເມື່ອເນັ້ນໜັກເຖິງສານຂອງລັດຖະບານ ຝລັ່ງ ແມ່ນສ້າງການພົວພັນອະນາຄົດໃໝ່ກັບ ຫວຽດນາມ, ທ່ານນາງ Patricia Miralles ຖືວ່າ: ຄວາມຊົງຈຳລວມແມ່ນພື້ນຖານເພື່ອໃຫ້ລຸ້ນໜຸ່ມສອງປະເທດພ້ອມກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກພວມນັບມື້ນັບຮີບດ່ວນສຳລັບທຸກໆປະເທດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top