• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື 2 ຝ່າຍກັບ ຍີ່ປຸ່ນ ແລະ ອາເມລິກາ

ທີ່ການພົບປະກັບຄູ່ຕຳແໜ່ງ ຍີ່ປຸ່ນ, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງນາຍົກລັດຖະມົນຕີ 2 ປະເທດທີ່ການພົບປະໃນວັນທີ 12 ພະຈິກ ຜ່ານມາ.

ທີ່ການພົບປະກັບຄູ່ຕຳແໜ່ງ ຍີ່ປຸ່ນ, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງນາຍົກລັດຖະມົນຕີ 2 ປະເທດທີ່ການພົບປະໃນວັນທີ 12 ພະຈິກ ຜ່ານມາ.

  ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພົບປະກັບ ທ່ານລັດຖະມົນຕີການຕ່າງປະເທດ Antony Blinken (ພາບ: TTXVN)  

ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ APEC 2022 ຢູ່ ບາງກອກ, ປະເທດ ໄທ, ວັນທີ 17 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Yoshimasa ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken.

ທີ່ການພົບປະກັບຄູ່ຕຳແໜ່ງ ຍີ່ປຸ່ນ, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງນາຍົກລັດຖະມົນຕີ 2 ປະເທດທີ່ການພົບປະໃນວັນທີ 12 ພະຈິກ ຜ່ານມາ, ໃນນັ້ນ, ມີເລື່ອງ ຍີ່ປຸ່ນ ຜັນຂະຫຍາຍບ້ວງເງິນກູ້ຢືມ ODA ລຸ້ນໃໝ່ໃຫ້ແກ່ ຫວຽດນາມ, ເພື່ອໜູນຊ່ວຍການພັດທະນາເສດຖະກິດ - ສັງຄົມ, ປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ການຫັນເປັນສີຂຽວໂດຍໄວ. 2 ຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະແລກປ່ຽນວັດທະນະທຳ, ປະຊາຊົນ, ການຮ່ວມມືທ້ອງຖິ່ນ, ທ່ອງທ່ຽວ; ສົມທົບກັນຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023.

ທີ່ການພົບປະກັບຄູ່ຕຳແໜ່ງ ອາເມລິກາ, 2 ຝ່າຍເຫັນດີເພີ່ມທະວີການພົບປະ,  ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ- ການຄ້າ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການສຶກສາບຳລຸງສ້າງ, ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມ… ລັດຖະມົນຕີທັງ 2 ທ່ານເຫັນດີຈະແລກປ່ຽນ, ສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ, ມີເລື່ອງເພີ່ມທະວີການຮ່ວມມືກັບ ອາຊຽນ, ອະນຸພາກພື້ນແມ່ນ້ຳຂອງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top