ເນື່ອງໃນໂອກາດການຢ້ຽມຢາມ ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 23 ເມສາ, ທ່ານພົນເອກ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມພິທີປະດັບຫຼຽນໄຊເອກະລາດ, ຫຼຽນໄຊມິດຕະພາບຂອງລັດ ຫວຽດນາມ ທີ່ປະດັບໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນຂຶ້ນກັບງກະຊວງປ້ອງກັນປະເທດ ລາວ.
ເລື່ອງລັດ ຫວຽດນາມ ປະດັບຫຼຽນໄຊເອກະລາດ, ຫຼຽນໄຊມິດຕະພາບໃຫ້ 5 ກົມກອງລວມໝູ່ ແລະ 39 ບຸກຄົນຂອງກະຊວງປ້ອງກັນປະເທດ ລາວ ແມ່ນເພື່ອແນໃສ່ຮັບຮູ້ບັນດາປະກອບສ່ວນສຳຄັນຂອງກອງທັບປະຊາຊົນ ລາວ ໃນການສ້າງ ແລະ ເພີ່ມທະວີສາຍພົວພັນ “ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ, ລາວ - ຫວຽດນາມ”.
ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ສາຍໃຈ ກົມມະສິດ ເນັ້ນໜັກວ່າ ໃນໄລຍະຜ່ານມາ ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ໜູນຊ່ວຍ, ຊ່ວຍເຫຼືອໃນທຸກດ້ານຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ. ກອງທັບ ແລະ ປະຊາຊົນ ລາວ ມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ ໄຊຊະນະໃນການປະຕິວັດປົດປ່ອຍປະເທດ ລາວ ໃນເມື່ອກ່ອນນີ້, ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ ລ້ວນແຕ່ຕິດພັນກັບສາຍພົວພັນສາມັກຄີ, ການໜູນຊ່ວຍອັນລ້ຳຄ່າຂອງກອງທັບ ແລະ ປະຊາຊົນ ຫວຽດນາມ.








