• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບທີ່ວາລະປະຊຸມຂັ້ນສູງສະພາສິດທິມະນຸດສປຊ ຊຸດທີ 55

ທ່ານ ບຸຍແທັງເຊີນ ມີບົດກ່າວປາໄສສຳຄັນ, ສະແດງໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບໜຶ່ງໃນບັນດາບັນຫາທ້າທາຍທີ່ສຸດເຊິ່ງໂລກພວມປະເຊີນໜ້າ.
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ (ພາບ: TTXVN)

ວາລະປະຊຸມຂັ້ນສູງສະພາສິດທິມະນຸດສະຫະປະຊາຊາດຊຸດທີ 55, ຈັດຂຶ້ນຢູ່ ເຊີແນວ, ປະເທດ, ສະວິດ, ໄດ້ສິ້ນສຸດລົງໃນວັນທີ 29 ກຸມພາ. ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ນຳໜ້າ ໄດ້ມີບົດກ່າວປາໄສສຳຄັນ, ສະແດງໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບໜຶ່ງໃນບັນດາບັນຫາທ້າທາຍທີ່ສຸດເຊິ່ງໂລກພວມປະເຊີນໜ້າ.

ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ໃນຕອນບ່າຍວັນທີ 29 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ໃຫ້ຮູ້ວ່າ, ບົດກ່າວປາໄສຂອງທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນເຂົ້າຮ່ວມ. ທ່ານນາງ ຟ້າມທູຮັ່ງ ຢືນຢັນວ່າ:

“ເລື່ອງເຂົ້າຮ່ວມວາລະປະຊຸມຂັ້ນສູງຄັ້ງນີ້ຂອງ ຫວຽດນາມ ແມ່ນເພື່ອສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ພ້ອມທັງສະແດງບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ມີການປະກອບສ່ວນຢ່າງຕັ້ງໜ້າທີ່ສະພາສິດທິມະນຸດສະຫະປະຊາຊາດ. ຜ່ານນັ້ນ, ກໍ່ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ, ກໍຄືປັບປຸງ, ເພີ່ມທະວີການພົວພັນຮ່ວມມືຂອງ ຫວຽດນາມ ກັບສະຫະປະຊາຊາດ ກໍຄືບັນດາປະເທດເຂົ້າຮ່ວມວາລະປະຊຸມຂັ້ນສູງ”.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.

Top