• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັ້ງໜ້າເຂົ້າຮ່ວມພ້ອມກັບບັນດາປະເທດ ອາຊຽນ ໃນການປ້ອງກັນ, ຕ້ານຢາເສບຕິດ

ກອງປະຊຸມໄດ້ສຸມໃສ່ເຂົ້າບັນດາບັນຫາຄື: ອັບເດັດສະພາບການໃນກຸ່ມ ອາຊຽນ; ສະພາບການປ້ອງກັນ, ຕ້ານຢາເສບຕິດຂອງແຕ່ລະປະເທດໃນກຸ່ມ; ລາຍງານໝາກຜົນກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ກ່ຽວກັບບັນຫາຢາເສບຕິດ (ASOD) ຄັ້ງທີ 44 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ…
ເຈົ້າໜ້າທີ່ບັນດາປະເທດເຂົ້າຮ່ວມກອງປະຊຸມ

ວັນທີ 11 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ, ທ່ານ ພົນຕີ ຫງວຽນຢຸຍງອັກ, ຮອງລັດຖະມົນຕີກະຊວງຕຳຫຼວດ, ນຳໜ້າຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ, ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບບັນຫາຢາເສບຕິດຄັ້ງທີ 8 (AMMD 8). ກອງປະຊຸມໄດ້ສຸມໃສ່ເຂົ້າບັນດາບັນຫາຄື: ອັບເດັດສະພາບການໃນກຸ່ມ ອາຊຽນ; ສະພາບການປ້ອງກັນ, ຕ້ານຢາເສບຕິດຂອງແຕ່ລະປະເທດໃນກຸ່ມ; ລາຍງານໝາກຜົນກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ກ່ຽວກັບບັນຫາຢາເສບຕິດ (ASOD) ຄັ້ງທີ 44 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ…

ກ່າວຄຳເຫັນທີ່ກອງປະຊຸມ, ພົນຕີ ຫງວຽນຢຸຍງອັກ ຢັ້ງຢືນວ່າ: ດ້ວຍຄວາມຮັບຜິດຊອບຂອງປະເທດສະມາຊິກ, ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າການເຄື່ອນໄຫວລວມຂອງພາກພື້ນ ທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານການຄ້າຂາຍ ແລະ ຜະລິດຢາເສບຕິດຜິດກົດໝາຍໃນພາກພື້ນ, ຜ່ານນັ້ນ, ຊຸກຍູ້ການໂອ້ລົມສົນທະນາ ແລະ ສ້າງເງື່ອນໄຂແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການຢາເສບຕິດຜິດກົດໝາຍລະຫວ່າງບັນດາປະເທດສະມາຊິກ. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນແໜ້ນແຟ້ນ ແລະ ແບ່ງປັນຄວາມຮັບຜິດຊອບລວມກັບບັນດາປະເທດສະມາຊິກ ອາຊຽນ ໃນການປ້ອງກັນ, ຕ້ານຢາເສບຕິດ ແລະ ຫວັງວ່າ ບັນດາປະເທດ, ບັນດາອົງການສາກົນສືບຕໍ່ສະຫງວນຄວາມເອົາໃຈໃສ່, ໜູນຊ່ວຍ ຫວຽດນາມ ປະຕິບັດວຽກງານດັ່ງກ່າວໃຫ້ສຳເລັດ, ປະກອບສ່ວນສ້າງພາກພື້ນພັດທະນາວັດທະນາຖາວອນ ແລະ ມຸ່ງໄປເຖິງ “ອາຊຽນ ປອດຢາເສບຕິດ”.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

“ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023 – 2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

Top