• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັ້ງຄວາມຫວັງພັດທະນາວິໄສທັດປະຊາຄົມ ອາຊຽນ ພາຍຫຼັງປີ 2025

      ຕອນເຊົ້າວັນທີ 20 ກໍລະກົດ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຂອງຫວຽດນາມ ໄດ້ເປັນປະການກອງປະຊຸມອອນລາຍ ລະຫວ່າງຂະແໜງ ເພື່ອປຶກສາຫາລືແລກປ່ຽນກ່ຽວກັບວິໄສທັດປະຊາຄົມ ອາຊຽນ ພາຍຫຼັງ ປີ 2025 ເຂົ້າຮ່ວມກອງປະຊຸມມີເຈົ້າໜ້າທີ່ອາວຸໂສ ອາຊຽນ ແລະ ຮອງເລຂາທິການໃຫຍ່ ອາຊຽນ 3 ທ່ານ ຮັບຜິດຊອບກ່ຽວກັບ 3 ເສົາຄໍ້າ ປະຊາຄົມການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ - ສັງຄົມ ອາຊຽນ.
            ແລກປ່ຽນຄໍາເຫັນທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ໄດ້ຕີລາຄາສູງຕໍ່ຂໍ້ສະເໜີຂອງຫວຽດນາມທີ່ເປັນປະທານ ອາຊຽນ, ພ້ອມທັງຢັ້ງຢືນວ່າ ຈະສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ໃນວິວັດທະນາການປຶກສາຫາລື, ປະກອບສ່ວນກໍານົດທິດພັດທະນາທີ່ເໝາະສົມໃຫ້ແກ່ປະຊາຄົມ ອາຊຽນ ໃນໄລຍະຈະມາເຖິງ. ວິໄສທັດປະຊາຄົມ ອາຊຽນ ພາຍຫຼັງ ປີ 2025 ຕ້ອງກວມເອົາບັນດາເນື້ອໃນກ່ຽວກັບການຫັນເປັນດີຈີຕອນ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບກວມລວມ, ຊຸກຍູ້ສີສັນ ອາຊຽນ...
            ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຫງວຽນກວັກຢຸງ ສະເໜີວ່າ ວິໄສທັດປະຊາຄົມ ອາຊຽນ ພາຍຫຼັງປີ 2025 ຄວນກໍານົດແຈ້ງບັນດາເປົ້າໝາຍ, ຫຼັກການ ແລະ ໂຄງສ້າງ, ສອດຄ່ອງກັບ ກົດບັດຂອງ ອາຊຽນ. ຜ່ານເອກະສານ ວິໄສທັດນີ້, ອາຊຽນ ຕ້ອງສືບຕໍ່ຢັ້ງຢືນບົດບາດເປັນໃຈກາງໃນການຊຸກຍູ້ການເຊື່ອມໂຍງເຂົ້າກັບພາກພື້ນ, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ ແລະ ພັດທະນາຂອງໂລກ. ອາຊຽນ ສືບຕໍ່ກໍ່ສ້າງປະຊາຄົມ ອາຊຽນ ມຸ່ງໄປເຖິງປະຊາຊົນ, ຖືປະຊາຊົນເປັນໃຈກາງຂອງວິວັດທະນາການພັດທະນາ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top