• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕອບສະໜອງວັນໂລກປ້ອງກັນຕ້ານ AIDS

      ຕອນເຊົ້າວັນທີ 01 ທັນວາ, ທີ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນພິທີໂຮມຊຸມນຸມມິດຕິງຕອບສະໜອງເດືອນເຄື່ອນໄຫວລະດັບຊາດປ້ອງກັນຕ້ານ HIV/AIDS ແລະ ວັນໂລກປ້ອງກັນ, ຕ້ານ AIDS (01/12) ໂດຍກະຊວງສາທະລະນະສຸກ ແລະ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ສົມທົບກັນຈັດຕັ້ງ.

ພິທີໂຮມຊຸມນຸມມິດຕິງຕອບສະໜອງເດືອນເຄື່ອນໄຫວລະດັບຊາດປ້ອງກັນຕ້ານ HIV/AIDS ແລະ ວັນໂລກປ້ອງກັນ, ຕ້ານ AIDS 
      ກ່າວຄຳເຫັນທີ່ພິທີໂຮມຊຸມນຸມມິດຕິງ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິກິມຕ໊ຽນ ໃຫ້ຮູ້ວ່າ: ປີ 2018 ແມ່ນປີຢ່າງລຽນຕິດທີ 10, ທີ່ເຊື້ອ HIV/AIDS ຢູ່ ຫວຽດນາມ ໄດ້ຮັບການຄວບຄຸມ, ຫລຸດຜ່ອນຢູ່ທັງ 3 ຄາດໝາຍ: ຈຳນວນຜູ້ຕິດເຊື້ອໃໝ່, ຈຳນວນຜູ້ເປັນ AIDS ແລະ ຈຳນວນຜູ້ເສຍຊີວິດຍ້ອນ AIDS. ອ້າຍ ຫງວຽນແອັງຟອງ ຕາງໜ້າເຄືອຂ່າຍຜູ້ຕິດເຊື້ອ HIV ຫວຽດນາມ, ຜູ້ປະສານງານຫ້ອງການສາຂາພາກໃຕ້ຢູ່ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
        ດ້ວຍສານທີ່ວ່າບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງຍາມໃດກໍ່ແມ່ນພື້ນຖານໃຫ້ແກ່ບັນດາອົງການຈັດຕັ້ງກ່ຽວກັບ HIV, ກ່ຽວກັບສຸຂະພາບ ຊ່ວຍໃຫ້ບັນດາຜູ້ທີ່ຕິດເຊື້ອ HIV ມີຄວາມເຊື່ອໝັ້ນຕົນເອງ, ເປັນປົກກະຕິ ແລະ ມີສຸຂະພາບແຂງແຮງເພື່ອເຂົ້າຮ່ວມວິວັດການປິ່ນປົວ.
        ພາຍຫລັງພິທີໂຮມຊຸມນຸມມິດຕິງ, ບັນດາຜູ້ແທນໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຜູ້ທີ່ຕິດເຊື້ອ HIV/AIDS ທີ່ພວມປິ່ວປົວຢູ່ ໂຮງໝໍ ຟ້າມງອັກແທກ.
 (ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ສືບ​ຕໍ່​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ການນຳພັກ, ລັດ ຫວຽດນາມ ແລະ ກຳປູເຈຍ ໄດ້ກຳນົດການພົວພັນທາງດ້ານການເມືອງ - ການຕ່າງປະເທດສວມບົດບາດຫຼັກແຫຼ່ງ, ກຳນົດທິດສັງລວມໃຫ້ແກ່ການພົວພັນສອງປະເທດ.

Top