• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍື່ນສະເໜີເອກະສານກ່ຽວກັບເຂດແດນໄຫຼ່ທະວີບ ເປີດກວ້າງຢູ່ເຂດທະເລຕາເວັນອອກກາງ

ຕອນບ່າຍວັນທີ 17 ກໍລະກົດ 2024 (ຕາມເວລາຝັ່ງທະເລຕາເວັນອອກຂອງ ອາເມລິກາ), ຢູ່ສຳນັກງານສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ພ້ອມກັບຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ໂດຍທ່ານ ຈິ້ງດຶກຫາຍ, ຮອງປະທານຄະນະກຳມະການຊາຍແດນແຫ່ງຊາດ ເປັນຫົວໜ້າ ໄດ້ຍື່ນສະເໜີເອກະສານກ່ຽວກັບເຂດແດນໄຫຼ່ທະວີບເປີດກວ້າງກວ່າ 200 ໄມທະເລຂອງ ຫວຽດນາມ ຢູ່ເຂດທະເລຕາເວັນອອກກາງ ໃຫ້ຄະນະກຳມະການ ເຂດແດນໄຫຼ່ທະວີບ ສປຊ (CLCS). ແລະ ກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກຖະແຫຼງການກ່ຽວກັບການຍື່ນສະເໜີເອກະສານດັ່ງກ່າວຂອງ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ຍື່ນສະເໜີເອກະສານ ກ່ຽວກັບເຂດແດນໄຫຼ່ທະວີບເປີດກວ້າງກວ່າ 200 ໄມທະເລ ຂອງ ຫວຽດນາມ ຢູ່ເຂດທະເລຕາເວັນອອກກາງ ໃຫ້ຄະນະ ກຳມະການ ເຂດແດນໄຫຼ່ທະວີບ ສປຊ (CLCS). ພາບ: ແທງຕ໋ວນ - ນັກຂ່າວ VNA ຢູ່ ນິວຢອກ (ອາເມລິກາ)

ຕາມນັກຂ່າວຂອງ​ສຳນັກ​ຂ່າວສານ​ ຫວຽດນາມ ປະຈຳ​ນິວຢອກ ​ແລ້ວ, ການ​ຍື່ນສະເໜີເອກະສານ ກ່ຽວກັບ ເຂດແດນໄຫຼ່ທະວີບເປີດກວ້າງກວ່າ 200 ໄມທະເລ ​ແມ່ນ​ປະຕິບັດ​ສິດ ​ແລະ ພັນທະ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ​ຂອງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS), ​ໄດ້​ກຳນົດ​ໄວ້ໃນມາດຕາ 76 ຂອງ UNCLOS. ຕາມ​ນັ້ນ​ແລ້ວ, ​ເມື່ອ​ປະ​ເທດ​ແຄມ​ທະ​ເລ​ມີ​ເຂດ​ໄຫຼ່​ທະວີບ​ຍາວ​ເກີນ 200 ​ໄມ​ທະ​ເລ​ ຈາກ​ພື້ນຖານ​ການ​ຄິດ​ໄລ່​ຄວາມ​ກວ້າງ​ຂອງ​ເຂດ​ທະ​ເລ, ລັດ​ແຄມ​ທະ​ເລ​ຕ້ອງ​ຍື່ນ​ສະ​ເໜີ​ຂໍ້​ມູນ​ຂ່າວສານ​ທີ່​ກ່ຽວຂ້ອງ​ ເຖິງ​ຄະນະ​ກຳມະການ​ເຂດແດນ ໄຫຼ່ທະວີບ ສປຊ ພິ​ຈາ​ລະ​ນາ ​ແລະ ​ເຮັດ​ໃຫ້​ຂໍ້​ສະ​ເໜີແນະ​ ກ່ຽວ​ກັບ​​ເຂດແດຍຂອງເຂດໄຫຼ່​ທະ​ວີບ​ເປີດກວ້າງ​.

ການຍື່ນສະເໜີເອກະສານກ່ຽວກັບເຂດແດນໄຫຼ່ທະວີບເປີດກວ້າງ ກວ່າ 200 ໄມທະເລ ຢູ່ເຂດທະເລຕາເວັນອອກກາງ ​ແມ່ນ​ການ​ຍື່ນ​ສະ​ເໜີ​ຄັ້ງ​ທີ 3 ຂອງ​ ຫວຽດນາມ. ​ເດືອນ ພຶດສະພາ 2009, ຫວຽດນາມ​ໄດ້​ຍື່ນ​ສະ​ເໜີ​ເອກະສານ​ກ່ຽວ​ກັບ​ເຂດ​​ແດນ​ໄຫຼ່​ທະວີບ​ເປີດກວ້າງ​ກວ່າ 200 ​ໄມ​ທະ​ເລ​ ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ສ່ຽງເໜືອ ​ແລະ ຍື່ນ​ສະ​ເໜີ​ຮ່ວມ​ກັບ​ ມາ​ເລ​ເຊຍ ​ກ່ຽວ​ກັບ​ເຂດ ​ແດນ​ໄຫຼ່​ທະວີບ​ເປີດກວ້າງ​ກວ່າ 200 ​ໄມ​ທະ​ເລ​ຢູ່​ເຂດທະ​ເລ​ຕາ​ເວັນ​ອອກສ່ຽງໃຕ້.

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງຢາງ ​ແລະ ຄະນະ​ປະຕິບັດງານຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ໜູນ​ຊ່ວຍ​ຂອງ ສປຊ ​ໃນ​ຂະ​ນະ​ທີ່​ ຫວຽດນາມ ​ໄດ້​ຍື່ນ​ສະ​ເໜີ​ເອກະສານ ຕາມ​ບັນດາ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ຂອງ UNCLOS ​ແລະ CLCS.

ແລະ​ ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ປະຕິບັດງານຂອງ ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ​ ​ໄດ້​ສົ່ງ​ຈົດໝາຍທາງການ​ເຖິງ​ທ່ານ​ເລຂາທິການ​ໃຫຍ່ ສປຊ ​ເພື່ອ​ສະ​ແດງ​ຫຼັກ​ໝັ້ນ​ຂອງ ​ຫວຽດນາມ ​ກ່ຽວກັບເຫດການ ຟີ​ລິບ​ປິນ ​ຍື່ນສະເໜີເອກະສານກ່ຽວກັບເຂດ​ແດນ​ໄຫຼ່​ທະວີບ​ເປີດກວ້າງກວ່າ 200 ​ໄມ​ທະ​ເລ ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ວັນ​ທີ 14 ມິຖຸນາ 2024./.

ປະຕິບັດ: VNA/VNP

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.

Top