• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຍີ່່ປຸ່ນ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງຢ່າງແຮງ

      ວັນທີ 20 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຝາກສານອວຍພອນ ເຖິງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe  ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ແຫ່ງ ສສ.ຫວຽດນາມ ແລະ ຍີ່ປຸ່ນ (21/09/1973 – 21/09/2018).

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ (ພາບ:VGP) 
      ໃນສານອວຍພອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ ໃນ 45 ປີ ຜ່ານມາ, ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໄດ້ພັດທະນາຢ່າງບຸກທະລຸ ໃນທຸກຂົງເຂດ, ຕອບສະໜອງຄວາມປາດຖະໜາ ແລະ ນໍາມາເຊິ່ງຜົນປະໂຫຍດອັນແທດຈິງ ໃຫ້ແກ່ປະຊາຊົນສອງປະເທດ ແລະ ຕັ້ງໜ້າປະກອບສ່ວນ ໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະໃນໂລກ; ຫວຽດນາມ ແລະ ຍີ່່ປຸ່ນ ໄດ້ກາຍເປັນຄູ່ຮ່ວມມືສໍາຄັນຂອງກັນ. ບົນພື້ນຖານບັນດາໝາກຜົນດີງາມທີ່ບັນລຸໄດ້ໃນ 45 ປີ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ສອງຝ່າຍ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຮງກວ່າອີກ ແລະ ມຸ່ງໄປເຖິງລະດັບສູງໃໝ່.
        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ອວຍພອນ ທ່ານນາຍົກລັດຖະມົນຕີ Shinzo Abe   ທີ່ໄດ້ຮັບການເລືອກຕັ້ງເປັນປະທານພັກເສລີປະຊາທິປະໄຕ ຄືນໃໝ່.
        ກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິງມິນ ກໍໄດ້ສົ່ງສານອວຍພອນວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ ເຖິງ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top